lo_tn/gen/21/01.md

2.4 KiB

ພຣະຢາເວຊົງໄດ້ເອົາໃຈໃສ່ຊາຣາ

ຕໍ່ໄປນີ້ປະໂຫຍກທີ່ວ່າ "ເອົາໃຈໃສ່" ຫມາຍເຖິງພຣະຢາເວ ຊ່ວຍຊາຣາໃຫ້ມີລູກ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ຊ່ວຍ ຊາຣາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເກີດລູກຊາຍຄົນຫນຶ່ງໃຫ້ແກ່ອັບຣາຮາມ

"ເກີດລູກຊາຍຄົນຫນຶ່ງຂອງອັບຣາຮາມ"

ເມື່ອເພິ່ນເຖົ້າແກ່ແລ້ວ

"ເມື່ອອັບຣາຮາມເຖົ້າແກ່ຫລາຍແລ້ວ"

ໃນເວລາທີ່ກຳນົດໄວ້ຕາມ ທີ່ພຣະເຈົ້າໄດ້ກ່າວແກ່ເພິ່ນແລ້ວນັ້ນ

"ເກີດຂື້ນໃນເວລາທີ່ພຣະເຈົ້າໄດ້ກຳນົດໄວ້ຕາມ ທີ່ກ່າວແກ່ເພິ່ນແລ້ວນັ້ນ"

ອັບຣາຮາມໄດ້ຕັ້ງຊື່ລູກຊາຍຂອງເຂົາ, ລູກຄົນດຽວທີ່ໄດ້ເກີດມາໃຫ້ເຂົາຜູ້ທີ່ຊາຣາໄດ້ໃຫ້ເຂົາເກີດມາແກ່ເພິ່ນຄື: ອີຊາກ.

"ອັບຣາຮາມໄດ້ຕັ້ງຊື່ລູກຊາຍຂອງເຂົາ, ລູກຄົນດຽວທີ່ຊາຣາໄດ້ເກີດມາຊື່ ອີຊາກ." ຫລື "ອັບຣາຮາມໄດ້ຕັ້ງຊື່ລູກຊາຍຂອງເຂົາທີ່ເກີດມາຊື່ ອີຊາກ."

ອັບຣາຮາມໄດ້ເຮັດພິທີຕັດລູກຊາຍຂອງເພິ່ນຄືອີຊາກເມື່ອເຂົາອາຍຸໄດ້ແປດວັນ

"ເມື່ອອີຊາກອາຍຸໄດ້ແປດວັນ, ອັບຣາຮາມໄດ້ເຮັດພິທີຕັດແກ່ລາວ"

ແປດວັນ

"8 ວັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)

ໄດ້ມີພຣະບັນຊາ

"ໄດ້ມີພຣະບັນຊາໃຫ້ອັບຣາຮາມໄດ້ເຮັດ"