lo_tn/gen/20/15.md

2.9 KiB

ອາບີເມເຫລັກໄດ້ເວົ້າ

"ອາບີເມເຫລັກໄດ້ເວົ້າກັບອັບຣາຣາມ"

ເບິ່ງເຖີດ

ໃນນີ້ ແລະ ໃນຂໍ້ 16 ຄຳວ່າ "ເບິ່ງ" ເພີ່ມຄວາມສົນໃຈຕໍ່ສິ່ງທີ່ຕິດຕາມມາ.

ດິນແດນຂອງເຮົາຢູ່ກັບເຈົ້າແລ້ວ

ນີ້ແມ່ນວິທີການເວົ້າວ່າ "ເຮົາອະນຸຍາດໃຫ້ເຈົ້າອາໃສຢູ່ໃນດິນແດນຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຈົ່ງເລືອກເອົາຢຸ່ບ່ອນໃດກໍໄດ້ຕາມທີ່ເຈົ້າຕ້ອງການ

"ອາໃສບ່ອນໃດກໍໄດ້ຕາມທີ່ເຈົ້າຕ້ອງການ"

ຫນຶ່ງພັນ

"1,000" (ເບິ່ງ: rc://*/ta/man/translate/translate-numbers)

ເປັນຂໍ້ພິສູດເຈົ້າທ່າມກາງສາຍຕາຄົນທັງຫລາຍທີ່ຢູ່ກັບເຈົ້າ, ແລະ ຕໍ່ ຫນ້າຄົນທັງປວງ, ເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງ

ການໃຫ້ເງິນເພື່ອພິສູດໃຫ້ຄົນອື່ນຮູ້ວ່າ ຊາຣາ ແມ່ນເປັນຜູ້ບໍຣິສຸດ ຖືກກ່າວເຖິງປານກັບວ່າເຂົາກຳລັງປົກປິດການກະທຳຜິດນັ້ນ ບໍ່ໃຫ້ມີໃຜເຫັນໄດ້. ອາດແປໄດ້ອີກວ່າ: "ຂ້ອຍກຳລັງໃຫ້ສິ່ງນີ້ແກ່ລາວ, ເພື່ອຄົນທັງຫລາຍທີ່ຢູ່ກັບເຈົ້າ ຈະຮູ້ວ່າເຈົ້າບໍ່ໄດ້ເຮັດຫຍັງຜິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ກາງສາຍຕາ

ໃນນີ້ຄຳວ່າ “ຕາ” ຫມາຍເຖິງຄວາມຄິດ ຫລື ຄວາມເຫັນຂອງຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຕໍ່ຫນ້າຄົນທັງປວງ, ເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງ

ວະລີທີ່ວ່າ "ເຮັດຖືກຕ້ອງ" ສາມາດຖືກລະບຸໃນຮູບແບບປະໂຫຍກກະທຳ. ອາດແປອີກໄດ້ວ່າ: "ທຸກໆ ຄົນຈະຮູ້ວ່າທ່ານເປັນຄົນບໍຣິສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)