lo_tn/gen/20/08.md

3.5 KiB

ຊົງໄດ້ບອກເຖິງສິ່ງເລົ່ານີ້ທັງຫມົດແກ່ພວກເຂົາຟັງ

"ລາວໄດ້ບອກເຖິງສິ່ງເລົ່ານີ້ທັງຫມົດ ທີ່ພຣະເຈົ້າໄດ້ບອກແກ່ເພິ່ນ"

ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້ກັບເຮົາ?

ອາບີເມເຫລັກໄດ້ໃຊ້ຄຳຖາມນີ້ ເພື່ອກ່າວຫາອັບຣາຣາມ. ອາດແປໄດ້ອີກວ່າ: "ທ່ານໄດ້ເຮັດສິ່ງທີ່ບໍ່ດີຕໍ່ພວກເຮົາ!" ຫລື "ເບິ່ງສິ່ງທີ່ທ່ານໄດ້ເຮັດກັບພວກເຮົາແມ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ກັບພວກເຮົາ

ຄຳວ່າ "ພວກເຮົາ" ຢູ່ນີ້ແມ່ນເຈາະຈົງສະເພາະ ແລະ ບໍ່ລວມເອົາອັບຣາຣາມ ແລະ ຊາຣາ. ຖ້າພາສາຂອງທ່ານມີຮູບແບບການໃຊ້ຄຳສັບສະເພາະ "ພວກເຮົາ" ຫລື "ເຮົາ," ໃຊ້ມັນຢູ່ບ່ອນນີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive)

ເຮົາໄດ້ເຮັດບາບຕໍ່ສູ້ກັບເຈົ້າຢ່າງໃດ, ເຈົ້າໄດ້ນຳ......ຄວາມບາບ?

ອາບີເມເຫລັກໄດ້ໃຊ້ຄຳຖາມນີ້ເພື່ອເຕືອນອັບຣາມວ່າ ລາວບໍ່ໄດ້ເຮັດຜິດຕໍ່ອັບຣາຣາມປະການໃດເລີຍ. ອາດແປໄດ້ອີກວ່າ: "ຂ້ອຍບໍ່ໄດ້ເຮັດຫຍັງຜິດແກ່ເຈົ້າ ທີ່ເຮັດໃຫ້ເຈົ້າ ຊຶ່ງນຳ ... ບາບ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຈົ້າໄດ້ນຳຄວາມບາບທີ່ຍິ່ງໃຫຍ່ມາເທິງເຮົາ ແລະ ອານາຈັກຂອງເຮົາ

ການທີ່ເຮັດໃຫ້ຜູ້ໃດຜູ້ຫນຶ່ງມີຄວາມຜິດ ໃນການເຮັດບາບຖືກກ່າວເຖິງວ່າ “ບາບ” ແມ່ນສິ່ງທີ່ສາມາດວາງປົງໃສ່ເທິງຄົນ. ອາດຈະແປໄດ້ອີກວ່າ: "ເຈົ້າຈະເຮັດໃຫ້ຂ້ອຍ ແລະ ອານາຈັກຂອງຂ້ອຍ ມີຄວາມຜິດຕໍ່ບາບທີ່ຮ້າຍແຮງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ອານາຈັກຂອງເຮົາ

ໃນນີ້ “ອານາຈັກ” ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ເຫນືອປະຊາຊົນໃນອານາຈັກຂອງຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຈົ້າໄດ້ເຮັດຕໍ່ເຮົາໃນສິ່ງທີ່ບໍ່ຄວນເຮັດ

"ເຈົ້າບໍ່ຄວນເຮັດຕໍ່ເຮົາເຊັ່ນນີ້"