lo_tn/gen/19/29.md

1.2 KiB

ຂໍ້ມູນທົ່ວໄປ

ໃນຂໍ້ 29 ແມ່ນການສະຫລຸບສັງລວມຂອງບົດນີ້

ພຣະເຈົ້າຊົງໄດ້ລະນຶກເຖິງອັບຣາຮາມ

ນີ້ບອກເຫດຜົນທີ່ວ່າເປັນຫຍັງພຣະເຈົ້າໄດ້ຊ່ວຍໂລດ. ການ “ ລະນຶກເຖິງ” ແມ່ນວິທີການເວົ້າວ່າ “ຈື່ຈຳ”. ນີ້ບໍ່ໄດ້ຫມາຍຄວາມວ່າພຣະເຈົ້າລືມອັບຣາຮາມ. ມັນຫມາຍຄວາມວ່າພຣະອົງລະນຶກເຖິງອັບຣາຮາມ ແລະ ມີຄວາມເມດຕາຕໍ່ລາວ. ອາດແປໄດ້ອີກວ່າ: "ພຣະເຈົ້າໄດ້ຄິດຫາອັບຣາຮາມ ແລະ ມີຄວາມເມດຕາຕໍ່ລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ອອກໄປພົ້ນຈາກການທຳລາຍລ້າງ

"ລອດພົ້ນຈາກການທຳລາຍລ້າງ" ຫລື "ຫນີໄກຈາກອັນຕະລາຍ"