lo_tn/gen/19/18.md

5.9 KiB

ເຈົ້ານາຍຂອງຂ້ານ້ອຍຜູ້ຮັບໃຊ້ຂອງທ່ານ ໄດ້ເປັນທີ່ໂປດປານໃນສາຍຕາຂອງທ່ານແລ້ວ

ການທີ່ຈະພໍໃຈກັບຜູ້ໃດຜູ້ຫນຶ່ງແມ່ນເວົ້າຄືກັບວ່າ "ຄວາມໂປດປານ" ແມ່ນສິ່ງທີ່ໄດ້ພົບເຫັນ. ເຊັ່ນດຽວກັນ, "ການເບິ່ງເຫັນ" ແມ່ນຄຳເວົ້າທີ່ເປັນຕົວແທນທີ່ສະແດງເຖິງຄວາມຄິດ ຫລື ຄວາມຄິດເຫັນຂອງຄົນ. ອາດແປໄດ້ອີກວ່າ: "ເຈົ້າພໍໃຈກັບຂ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ຜູ້ຮັບໃຊ້ຂອງທ່ານ

ໂລດໄດ້ສະແດງຄວາມເຄົາລົບໂດຍອ້າງເຖິງຕົນເອງວ່າ "ຜູ້ຮັບໃຊ້ຂອງທ່ານ." ອາດແປໄດ້ອີກວ່າ: "ຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ທ່ານໄດ້ສຳແດງຄວາມເມດຕາທີ່ຍິ່ງໃຫຍ່ແກ່ຂ້ານ້ອຍ

ເປັນຄຳນາມທີ່ບໍ່ມີຕົວຕົນ "ຄວາມເມດຕາ" ໄດ້ຖືກກ່າວເຖິງວ່າ "ຄວາມກະລຸນາ." ອາດແປໄດ້ອີກວ່າ: "ທ່ານໄດ້ສະແດງຄວາມກະລຸນາກັບຂ້ານ້ອຍ ໂດຍການຊ່ວຍຊີວິດຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ແຕ່ຂ້ານ້ອຍບໍ່ສາມາດຫນີໄປຍັງພູເຂົາທັງຫລາຍໄດ້ທັນເພາະພັຍພິບັດຈະເຖິງຂ້ານ້ອຍເສຍກ່ອນ, ແລະ ຂ້ານ້ອຍຈະຕາຍ

ການທີ່ບໍ່ສາມາດຢູ່ຫ່າງຈາກເມືອງໂຊໂດມ ໃນເວລາທີ່ພຣະເຈົ້າທຳລາຍເມືອງນັ້ນຖືກກ່າວເຖິງຄືກັບວ່າ "ໄພພິບັດ" ເປັນເຫມືອນຄົນທີ່ຈະໄລ່ຕາມ ແລະ ຈັບໂລດ. ອາດແປໄດ້ອີກວ່າ: "ຄອບຄົວຂອງຂ້ານ້ອຍ ແລະ ຂ້ານ້ອຍຈະຕາຍແນ່ນອນ ເມື່ອພຣະເຈົ້າທໍາລາຍປະຊາຊົນເມືອງໂຊໂດມ, ເພາະວ່າພູເຂົາຢູ່ໄກເກີນໄປ ທີ່ພວກເຮົາຈະໄປທີ່ນັ້ນໄດ້ຢ່າງປອດໄພ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຊີວິດຂອງຂ້ານ້ອຍ......ບໍ່ສາມາດຫນີໄປ.....ທັນເພາະພັຍພິບັດຈະເຖິງຂ້ານ້ອຍເສຍກ່ອນ, ແລະ ຂ້ານ້ອຍຈະຕາຍ

ມັນຫມາຍຄວາມວ່າຄອບຄົວຂອງໂລດ ຈະຕາຍພ້ອມກັບລາວ. ອາດແປໄດ້ອີກວ່າ: "ຊີວິດຂອງພວກເຮົາ ... ພວກເຮົາບໍ່ສາມາດຫລົບຫນີ ... ໄລ່ລ້າພວກເຮົາ, ແລະ ພວກເຮົາຈະຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ກາຣຸນາ, ອະນຸຍາດໃຫ້ຂ້ານ້ອຍຫນີໄປທີ່ນັ້ນສາ. (ບໍ່ແມ່ນເມືອງນ້ອຍໆບໍ?), ແລະ ຊີວິດຂອງຂ້ານ້ອຍຈະປອດພັຍ.

ໂລດໄດ້ໃຊ້ ຄຳຖາມນີ້ ເພື່ອໃຫ້ເທວະດາສັງເກດເຫັນວ່າ ເມືອງນັ້ນເປັນເມືອງນ້ອຍ. ອາດແປໄດ້ອີກວ່າ: "ຂໍໃຫ້ຂ້ອຍຫນີໄປທີ່ນັ້ນ. ພຣະອົງກໍເຫັນແລ້ວວ່າເມືອງນັ້ນນ້ອຍຊ່ຳໃດ. ຖ້າພຣະອົງອະນຸຍາດໃຫ້ພວກເຮົາໄປທີ່ນັ້ນພວກເຮົາຈະມີຊີວິດຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ອະນຸຍາດໃຫ້ຂ້ານ້ອຍຫນີໄປທີ່ນັ້ນສາ

ຄຳຮ້ອງຂໍຂອງໂລດສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ແທນທີ່ຈະທຳລາຍເມືອງນັ້ນ, ໃຫ້ຂ້ອຍຫນີໄປທີ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຊີວິດຂອງຂ້ານ້ອຍຈະປອດພັຍ

ມັນຫມາຍຄວາມວ່າຊີວິດຂອງຄອບຄົວຂອງໂລດຈະໄດ້ຮັບຄວາມລອດພ້ອມກັບລາວ. ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ເພື່ອວ່າພວກເຮົາຈະມີຊີວິດ" ຫລື "ເພື່ອວ່າພວກເຮົາຈະຢູ່ລອດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-activepassive]])