lo_tn/gen/19/12.md

2.6 KiB

ແລ້ວພວກຜູ້ຊາຍນັ້ນໄດ້ບອກ

"ແລ້ວພວກຜູ້ຊາຍນັ້ນໄດ້ເວົ້າ" ຫລື "ແລ້ວພວກເທວະດານັ້ນໄດ້ເວົ້າ"

ເຈົ້າມີໃຜທີ່ຢູ່ທີ່ນີ້ອີກບໍ?

"ມີສະມາຊິກຄົນອື່ນໃນຄອບຄົວຂອງເຈົ້າຢູ່ໃນເມືອງບໍ?" ຫລື "ທ່ານມີສະມາຊິກຄອບຄົວອື່ນ ຢູ່ໃນສະຖານທີ່ນີ້ບໍ?"

ໃຜກໍຕາມທີ່ເຈົ້າມີໃນເມືອງນີ້

"ໃຜກໍຕາມທີ່ເປັນສະມາຊິກຄອບຄົວຂອງເຈົ້າ ທີ່ອາໃສຢູ່ໃນເມືອງນີ້"

ເພາະວ່າພວເຮົາຈະທຳລາຍສະຖານທີ່ນີ້

ຄຳວ່າ "ພວກເຮົາ" ຢູ່ນີ້ແມ່ນເຈາະຈົງສະເພາະ. ມີແຕ່ເທວະດາສອງອົງເທົ່ານັ້ນທີ່ຈະທຳລາຍເມືອງ; ໂລດຈະບໍ່ທຳລາຍມັນ. ຖ້າພາສາຂອງທ່ານມີຮູບແບບຄຳເວົ້າເຈາະຈົງສະເພາະຂອງຄຳວ່າ "ພວກເຮົາ," ໃຊ້ມັນຢູ່ບ່ອນນີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive)

ເພາະວ່າການຮຽກຮ້ອງກ່າວຫາເລື່ອງນີ້ດັງໄປເຖິງພຣະພັກພຣະຢາເວ ດັ່ງນັ້ນພຣະອົງຈຶ່ງຊົງໃຊ້ພວກເຮົາມາທຳລາຍເມືອງນີ້

ປະໂຫຍກນີ້ສາມາດຂຽນຄືນໃຫມ່ ເພື່ອໃຫ້ຄໍານາມທີ່ບໍ່ມີຕົວຕົນ ຄຳວ່າ "ການກ່າວຫາ" ແມ່ນຖືກສະແດງອອກເປັນຄຳກຳກິລິຍາໄດ້. ອາດແປໄດ້ອີກວ່າ: "ປະຊາຊົນຈໍານວນຫລາຍໄດ້ບອກກັບພຣະຢາເວ ວ່າປະຊາຊົນໃນເມືອງນີ້ ກໍາລັງເຮັດສິ່ງທີ່ຊົ່ວຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns ແລະ ວິທີການແປທີ່ຄ້າຍຄືກັນໃນຂໍ້ 18:20)