lo_tn/gen/19/09.md

3.6 KiB

ຈົ່ງຖອຍໄປ

"ຖອຍຫລັງ" ຫລື "ຈົ່ງອອກໄປໃຫ້ໃກ!"

ຄົນນີ້ມາທີ່ນີ້ເພື່ອຈະອາໄສຢູ່ທີ່ນີ້ເຫມືອນຄົນຕ່າງຊາດຄົນຫນຶ່ງ

"ຄົນນີ້ມາທີ່ນີ້ເປັນຄົນຕ່າງຖິ່ນ" ຫລື "ຄົນຕ່າງປະເທດຄົນນີ້ມາຢູ່ທີ່ນີ້"

ຄົນນີ້

"ໂລດ." ພວກຜູ້ຊາຍກຳລັງເວົ້ານຳກັນ. ຖ້າຄຳສັບນີ້ບໍ່ຈະແຈ້ງໃນພາສາຂອງທ່ານ, ທ່ານອາດຈະໃຊ້ຄຳເວົ້າຂອງພວກຜູ້ຊາຍເວົ້າກັບໂລດຢູ່ທີ່ນີ້.

ແລະ ແຕ່ບັດນີ້ເຂົາໄດ້ກາຍເປັນຜູ້ພິພາກສາເຮົາ

"ແລະ ບັດນີ້ລາວຄິດວ່າລາວມີສິດ ທີ່ຈະບອກພວກເຮົາວ່າອັນໃດຖືກ ແລະ ອັນໃດຜິດ" ຫລື "ແຕ່ພວກເຮົາຈະບໍ່ຍອມໃຫ້ລາວຢຸດພວກເຮົາຈາກສິ່ງທີ່ພວກເຮົາຢາກເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ແຕ່ບັດນີ້ເຂົາ

"ແລະ ເຖິງວ່າລາວບໍ່ມີເຫດຜົນທີ່ດີຕໍ່, ລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ບັດນີ້ພວກເຮົາ

"ເພາະວ່າເຈົ້າກຳລັງບອກພວກເຮົາວ່າ ສິ່ງທີ່ພວກເຮົາກຳລັງເຮັດແມ່ນຜິດ, ພວກເຮົາ"

ພວກເຮົາຈະຈັດການຢ່າງຊົ່ວຮ້າຍກັບໂຕເຈົ້າຫນັກກວ່າເຮັດກັບພວກເຂົາ

ພວກຜູ້ຊາຍໂກດແຄ້ນທີ່ໂລດເວົ້າວ່າ, “ຢ່າເຮັດຊົ່ວຫລາຍ” (19: 6), ດັ່ງນັ້ນພວກເຂົາຈຶ່ງຂູ່ວ່າຈະກະທຳສິ່ງທີ່ຊົ່ວຊ້າກວ່າທີ່ໂລດຢ້ານໃນຕອນທຳອິດ. ອາດແປໄດ້ອີກວ່າ: "ພວກເຮົາຈະປະຕິບັດຕໍ່ກັບທ່ານ ຊົ່ວຮ້າຍກວ່າພວກເຮົາຈະເຮັດກັບພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກເຂົາໄດ້ຊຸກຜູ້ຊາຍຄົນນັ້ນ, ຢ່າງແຮງຄືສູ້ກັບໂລດ, ແລະ ເຂົ້າມາໃກ້ເພື່ອທີ່ຈະທຸບປະຕູບ້ານລົງ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພວກເຂົາຍັບເຂົ້າມາໃກ້ຊາຍຄົນນັ້ນ, ກັບໂລດ ຈົນວ່າພວກເຂົາເກືອບຈະທຳລາຍປະຕູເຮືອນ" ຫລື 2) ພວກເຂົາໄດ້ຍູ້ໂລດຂຶ້ນຕິດຝາ ຫລື ປະຕູເຮືອນ ແລະ ກຳລັງຈະພັງປະຕູລົງ.

ຜູ້ຊາຍ...ໂລດ

ນີ້ແມ່ນສອງຮູບແບບການເວົ້າທີ່ຫມາຍເຖີງ ໂລດ.