lo_tn/gen/19/01.md

3.2 KiB

ທູດສະຫວັນສອງຕົນ

ປະຖົມມະການໃນຂໍ້ 18 ບອກວ່າມີຜູ້ຊາຍສອງຄົນໄປເມືອງໂຊໂດມ. ໃນທີ່ນີ້ພວກເຮົາໄດ້ຮູ້ວ່າພວກເຂົາເປັນເທວະດາແທ້ໆ. (ເບິ່ງເພີ່ມເຕີມ: 18:22)

ປະຕູເມືອງໂຊໂດມ

"ທາງເຂົ້າເມືອງໂຊໂດມ." ເມືອງມີກຳແພງອ້ອມ, ແລະຜູ້ຄົນຕ້ອງຜ່ານປະຕູເພື່ອເຂົ້າໄປໃນເມືອງນັ້ນ. ນີ້ແມ່ນສະຖານທີ່ ສຳຄັນທີ່ສຸດໃນເມືອງຫນຶ່ງ. ຄົນສຳຄັນມັກຈະໃຊ້ເວລາຢູ່ທີ່ນັ້ນ.

ໄດ້ໂນ້ມຕົວລົງຫນ້າຈຸພື້ນດິນ

ລາວໄດ້ຂຸເຂົ່າລົງພື້ນ ຫຼັງຈາກນັ້ນກົ້ມກາບລົງຫນ້າຜາກ ແລະ ດັງຂອງລາວລົງຈຳພື້ນດິນ.

ເຈົ້ານາຍຂອງຂ້ານ້ອຍເອີຍ

ນີ້ເປັນການສະແດງຄວາມເຄົາລົບຂອງໂລດ ທີ່ມີຕໍ່ເທວະດາ.

ຂ້ານ້ອຍຂໍເຊີນທ່ານແວ່ເຂົ້າໄປໃນບ້ານຜູ້ຮັບໃຊ້ຂອງທ່ານພັກຄ້າງຄືນ

"ກະລຸນາມາ ແລະ ພັກຢູ່ທີ່ເຮືອນຂອງທາດຮັບໃຊ້ຂອງທ່ານເຖີດ"

ບ້ານຜູ້ຮັບໃຊ້ຂອງທ່ານ

ໂລດສະເຫນີຕົວເອງເປັນຜູ້ຮັບໃຊ້ຂອງພວກເຂົາ ເພື່ອສະແດງຄວາມເຄົາລົບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ລ້າງຕີນຂອງທ່ານ

ຄົນມັກລ້າງຕີນຂອງພວກເຂົາ ພາຍຫລັງການເດີນທາງ.

ຕື່ນຂຶ້ນແຕ່ເຊົ້າ

"ຕື່ນຂຶ້ນແຕ່ເຊົ້າ"

ເຮົາຈະພັກຄ້າງຄືນ

ເມື່ອເທວະດາທັງສອງກ່າວແລ້ວ, ພວກເຂົາຫມາຍເຖິງຕົນເອງເທົ່ານັ້ນ, ບໍ່ແມ່ນຕໍ່ໂລດ. ທັງສອງຄົນໄດ້ວາງແຜນທີ່ຈະພັກຄ້າງຄືນທີ່ສີ່ແຍກຂອງເມືອງ. ບາງພາສາຈະໃຊ້ຄຳສັບສະເພາະຄຳວ່າ "ພວກເຮົາ" ຢູ່ນີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive)

ສີ່ແຍກ

ທີ່ນີ້ແມ່ນທີ່ສາຖາລະນະ, ເປັນບ່ອນໂລ່ງໃນເມືອງ.

ພວກເພິ່ນຈິ່ງໄປກັບເຂົາ

"ພວກເຂົາຫັນກັບ ແລະ ໄປກັບເພິ່ນ"