lo_tn/gen/18/24.md

4.7 KiB

ຂໍ້ມູນທົ່ວໄປ:

ອັບຣາຣາມຍັງຄົງສືບຕໍ່ເວົ້າ ກັບພຣະຢາເວ.

ບາງທີອາດຈະມີ

"ສົມມຸດຖ້າມີ"

ພຣະອົງຈະຊົງທຳລາຍເມືອງນັ້ນ ແລະຈະບໍ່ລະເວັ້ນເມືອງນັ້ນເພາະຄົນຊອບທັມຫ້າສິບຄົນທີ່ຢູ່ທີ່ນັ້ນບໍ?

ອັບຣາຮາມມີຄວາມຫວັງວ່າ ພຣະຢາເວຈະເວົ້າວ່າ, "ເຮົາຈະບໍ່ທຳລາຍລ້າງມັນ." ອາດແປໄດ້ອີກວ່າ: "ຂ້ານ້ອຍຄິດວ່າພຣະອົງຈະບໍ່ທຳລາຍລ້າງມັນ. ແທນທີ່ຈະ, ເຈົ້າຈະຮັກສະຖານທີ່ ດັ່ງກ່າວໄວ້ເພື່ອຄົນຫ້າສິບຄົນທີ່ຊອບທັມຢູ່ທີ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ທຳລາຍ

"ທຳລາຍມັນ."ອັບຣາຣາມກ່າວເຖິງການທຳລາຍຜູ້ຄົນ ຄືກັບວ່າເປັນການກວດສິ່ງເປິເປື້ອນດ້ວຍຟອຍກວດ. ອາແປໄດ້ອີກວ່າ: "ທຳລາຍຄົນທີ່ອາໄສຢູ່ທີ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລະຈະບໍ່ລະເວັ້ນເມືອງນັ້ນເພາະຄົນຊອບທັມຫ້າສິບຄົນທີ່ຢູ່ທີ່ນັ້ນບໍ?

ອັບຣາຮາມມີຄວາມຫວັງວ່າ ພຣະຢາເວຈະເວົ້າວ່າ, "ເຮົາຈະບໍ່ທຳລາຍລ້າງເມືອງນັ້ນຖ້າມີຄົນຊອບທັມ ຫ້າສິບຄົນທີ່ຢູ່ທີ່ນັ້ນ."

ບໍ່ທຳລາຍລ້າງເມືອງນັ້ນ

"ອະນຸຍາດໃຫ້ຄົນອາໃສ"

ເພາະເຫັນແກ່

"ເນື່ອງຈາກ"

ຂໍໃຫ້ມັນຢູ່ຫ່າງໄກຈາກພຣະອົງ ທີ່ຈະຊົງກະທຳສິ່ງນັ້ນ

"ເຮົາບໍ່ຕ້ອງການໃຫ້ເຈົ້າເຮັດສິ່ງນັ້ນຄືກັນ" ຫລື "ເຈົ້າບໍ່ຄວນເຮັດບາງຢ່າງເຊັ່ນນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ສິ່ງນັ້ນ, ຄືການຂ້າຄົນ

"ສິ່ງນັ້ນ, ຄືການຂ້າຄົນ" ຫລື "ສິ່ງນັ້ນ, ເຊິ່ງເປັນ, ການຂ້າຄົນ"

ທີ່ຄົນຊອບທັມຈະຖືກລົງໂທດແບບດຽວກັນກັບຄົນອະທັມ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ພຣະອົງຄວນປະຕິບັດກັບຄົນທີ່ຊອບທັມ ຄືກັນກັບທີ່ທ່ານປະຕິບັດກັບຄົນຊົ່ວ" (ເບິ່ງ: rc://*/ta/man/translate/figs-activepassive)

ຜູ້ພິພາກສາຂອງແຜ່ນດິນທັງຫມົດຈະບໍ່ເຮັດສິ່ງໃດທີ່ຍຸຕິທັມບໍ?

ອັບຣາຮາມໄດ້ໃຊ້ຄຳຖາມນີ້ ເພື່ອເວົ້າໃນສິ່ງທີ່ລາວຄາດຫວັງວ່າພຣະເຈົ້າຈະເຮັດ. ອາດແປໄດ້ອີກວ່າ: "ຜູ້ພິພາກສາຂອງທົ່ວແຜ່ນດິນໂລກ ຈະເຮັດສິ່ງທີ່ຖືກຕ້ອງແນ່ນອນ" ຫລື "ຕາບໃດທີ່ພຣະອົງເປັນຜູ້ພິພາກສາທົ່ວເທິງແຜ່ນດິນໂລກ, ທ່ານຈະເຮັດໃນສິ່ງທີ່ຖືກຕ້ອງ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຜູ້ພິພາກສາ

ພຣະເຈົ້າມັກຈະຖືກກ່າວເຖິງວ່າເປັນຜູ້ພິພາກສາ ເພາະວ່າພຣະອົງເປັນຜູ້ຕັດສິນທີ່ດີເລີດ ຜູ້ທີ່ຕັດສິນສຸດທ້າຍກ່ຽວກັບສິ່ງທີ່ຖືກ ຫລື ຜິດ.