lo_tn/gen/18/13.md

2.7 KiB

ເປັນຫຍັງຊາຣາຈຶ່ງຫົວຂວັນ ແລະ ເວົ້າວ່າ, "ຂ້ອຍຈະມີລູກຄົນຫນຶ່ງແທ້ໆບໍ, ໃນເມື່ອຂ້ອຍແກ່ແລ້ວ"?

ພຣະເຈົ້າໃຊ້ຄຳຖາມນີ້ ເພື່ອສະແດງວ່າລາວຮູ້ວ່າຊາຣາ ກຳລັງຄິດແນວໃດ ແລະ ລາວບໍ່ພໍໃຈກັບມັນ. ພຣະອົງເວົ້າຢໍ້າຄຳຖາມທີ່ມີສຽງເວົ້າຂອງຊາຣາ (18:11) ໂດຍໃຊ້ຄຳເວົ້າທີ່ແຕກຕ່າງກັນ. ອາດແປໄດ້ອີກວ່າ: "ຊາຣາໄດ້ເຮັດຜິດທີ່ຫົວຂວັນ ແລະ ເວົ້າວ່າ, 'ຂ້ອຍຈະມີລູກຄົນຫນຶ່ງແທ້ໆບໍ, ໃນເມື່ອຂ້ອຍແກ່ແລ້ວ!'" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມີຫຍັງແດ່ຍາກເກີນໄປສຳລັບພຣະຢາເວບໍ?

"ມີສິ່ງໃດແດ່ທີ່ພຣະຢາເວບໍ່ສາມາດເຮັດໄດ້?" ພຣະຢາເວເວົ້າກ່ຽວກັບຕົວເອງຄືກັບວ່າພຣະອົງ ກຳລັງເວົ້າເຖິງຜູ້ອື່ນ ເພື່ອເຕືອນອັບຣາຣາມວ່າ ເຮົາ, ພຣະຢາເວ, ຍິ່ງໃຫຍ່ ແລະ ສາມາດເຮັດທຸກສິ່ງ. ອາດແປໄດ້ອີກວ່າ: "ບໍ່ມີສິ່ງໃດທີ່ ເຮົາ, ພຣະຢາເວ, ບໍ່ສາມາດເຮັດໄດ້!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-123person]] ແລະ [[rc:///ta/man/translate/figs-rquestion]])

ໃນເວລາທີ່ເຮົາໄດ້ກຳນົດໃນລະດູໃບໄມ້ປົ່ງ

"ໃນເວລາທີ່ເຮົາໄດ້ກຳນົດ, ຊຶ່ງເປັນລະດູໃບໄມ້ປົ່ງ"

ຊາຣາໄດ້ປະຕິເສດ ແລະ ເວົ້າວ່າ

"ຊາຣາໄດ້ປະຕິເສດໂດຍການເວົ້າວ່າ"

ພຣະອົງຕອບວ່າ

"ພຣະຢາເວໄດ້ຕອບ"

ບໍ່ແມ່ນເຈົ້າໄດ້ຫົວຂວັນ

"ແມ່ນແລ້ວ, ເຈົ້າໄດ້ຫົວເລາະ." ນີ້ຫມາຍຄວາມວ່າ "ບໍ່, ນັ້ນບໍ່ແມ່ນຄວາມຈິງ; ເຈົ້າໄດ້ຫົວຂວັນແທ້."