lo_tn/gen/18/03.md

2.8 KiB

ນາຍທ່ານ

ນີ້ແມ່ນຄຳແທນນາມທີ່ສະແດງເຖິງຄວາມເຄົາລົບ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ອັບຣ!ຣາມຮູ້ວ່າຫນຶ່ງໃນຜູ້ຊາຍເຫລົ່ານີ້ ແມ່ນພຣະເຈົ້າ ຫລື 2) ອັບຣາຣາມຮູ້ວ່າຜູ້ຊາຍເຫລົ່ານີ້ ແມ່ນມາໃນນາມຂອງພຣະເຈົ້າ.

ໃນສາຍຕາຂອງທ່ານ

ອັບຣາຣາມກຳລັງເວົ້າກັບຊາຍຄົນຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຂໍຢ່າໄດ້ຜ່ານໄປ

"ຂໍຢ່າສືບຕໍ່ເດີນທາງຜ່ານໄປ"

ຜູ້ຮັບໃຊ້ຂອງທ່ານ

"ຂ້ານ້ອຍ." ອັບຣາຮາມໄດ້ກ່າວເຖິງຕົວເອງ ດ້ວຍວິທີນີ້ເພື່ອສະແດງຄວາມເຄົາລົບຕໍ່ແຂກຂອງເພິ່ນ.

ຂໍໃຫ້ຂ້ານ້ອຍ, ໄດ້ນຳເອົານໍ້າມາ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ຂໍໃຫ້ຂ້ານ້ອຍເອົານໍ້າໃຫ້ທ່ານ" ຫລື "ຜູ້ຮັບໃຊ້ຂອງຂ້ອຍຈະເອົານໍ້າໃຫ້ທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ນໍ້າ....ອາຫານຢ່າງເລັກນ້ອຍ

"ນໍ້າ... ອາຫານຢ່າງເລັກນ້ອຍ." ການເວົ້າວ່າ "ເລັກນ້ອຍ" ແມ່ນວິທີທີ່ສຸພາບຂອງການສະແດງຄວາມເອື້ອເຟື້ອເພື່ອແຜ່. ອັບຣາຣາມຈະໃຫ້ນໍ້າ ແລະ ອາຫານແກ່ພວກເຂົາຫຼາຍກວ່າທີ່ພວກເຂົາຕ້ອງການ.

ລ້າງຕີນຂອງທ່ານ

ປະເພນີນີ້ໄດ້ຊ່ວຍໃຫ້ນັກເດີນທາງທີ່ເມື່ອຍລ້າ ເຮັດໃຫ້ຕົນເອງສົດຊື່ນຂື້ນ ພາຍຫລັງການຍ່າງເປັນໄລຍະໄກ.

ຂອງທ່ານ....ທ່ານ

ອັບຣາຣາມເວົ້າກັບຜູ້ຊາຍສາມຄົນທັງຫມົດ, ສະນັ້ນ, "ເຈົ້າ" ແລະ "ຂອງເຈົ້າ" ແມ່ນຄຳແທນນາມຈຳນວນຫລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)