lo_tn/gen/17/17.md

2.5 KiB

ເວົ້າໃນໃຈຂອງເຂົາ

"ຄິດກັບຕົວເອງ" ຫລື "ເວົ້າກັບຕົວເອງຢ່າງງຽບໆ"

ຜູ້ຊາຍທີ່ອາຍຸຫນຶ່ງຮ້ອຍປີແລ້ວຈະມີລູກໄດ້ຈັ່ງໃດ?

ອັບຣາຮາມໄດ້ໃຊ້ຄຳຖາມນີ້ ເພາະວ່າລາວບໍ່ເຊື່ອວ່າສິ່ງນີ້ສາມາດເກີດຂື້ນໄດ້. ອາດແປໄດ້ອີກວ່າ: "ແນ່ນອນຜູ້ຊາຍທີ່ມີອາຍຸຮ້ອຍປີ ບໍ່ສາມາດມີລູກໄດ້!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຊາຣາ, ກໍມີອາຍຸເກົ້າສິບປີຈະມີລູກໄດ້ຢູ່ ບໍ?

ອີກເທື່ອຫນຶ່ງອັບຣາຮາມໄດ້ໃຊ້ຄຳຖາມນີ້ ເພາະວ່າລາວບໍ່ເຊື່ອວ່າສິ່ງນີ້ອາດຈະເກີດຂື້ນ. ວະລີທີ່ວ່າ "ຜູ້ທີ່ມີອາຍຸເກົ້າສິບປີ" ບອກວ່າເປັນຫຍັງອັບຣາຮາມບໍ່ເຊື່ອວ່າຊາຣາສາມາດມີລູກຊາຍໄດ້. ອາດແປໄດ້ອີກວ່າ: "ຊາຣາອາຍຸເກົ້າປີ. ນາງຈະສາມາດເກີດລູກໄດ້ບໍ?" ຫລື "ຊາຣາອາຍຸເກົ້າສິບປີ. ແນ່ນອນວ່ານາງບໍ່ສາມາດມີລູກໄດ້!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-distinguish]])

ໂອຂໍໃຫ້ອິຊະມາເອນມີຊີວິດຢູ່ຕໍ່ພຣະພັກຂອງພຣະອົງ

"ຂໍໂຜດໃຫ້ອິດຊະມາເອນສືບທອດພັນທະສັນຍາ ທີ່ພຣະອົງໄດ້ເຮັດໄວ້ກັບຂ້ານ້ອຍ" ຫລື "ບາງທີອິດຊະມາເອນສາມາດໄດ້ຮັບພອນແຫ່ງພັນທະສັນຍາຂອງພຣະອົງ." ອັບຣາຮາມໄດ້ແນະນຳບາງຢ່າງທີ່ລາວເຊື່ອວ່າສາມາດເກີດຂື້ນໄດ້ແທ້ໆ.