lo_tn/gen/17/12.md

3.7 KiB

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບອັບຣາມ.

ຊາຍ​ທຸກ​ຄົນ

"ມະນຸດເພດຊາຍ​ທຸກ​ຄົນ"

ຕະຫລອດທຸກຊົ່ວອາຍຸຊາຕິພັນຂອງເຈົ້າ

"ທຸກຊົ່ວອາຍຸຊາຕິພັນ"

ຜູ້ຊາຍທີ່ຖືກຊື້ມາຈາກຊາວຕ່າງຊາດດ້ວຍເງິນ

ນີ້ຫມາຍເຖິງທາດຮັບໃຊ້ທັງຫລາຍ. ນີ້ຍັງສາມາດເວົ້າໃນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ຊາຍທີ່ທ່ານຊື້ມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພັນທະສັນຍາຂອງເຮົາຈະຢູ່ໃນເນື້ອຫນັງຂອງເຈົ້າ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ເຈົ້າຈົ່ງຫມາຍພັນທະສັນຍາຂອງເຮົາໄວ້ໃນຫນັງຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເປັນພັນທະສັນຍານິຣັນດອນ

"ເປັນພັນທະສັນຍາຖາວອນ." ເພາະມັນຖືກຫມາຍໄວ້ໃນເນື້ອຫນັງ, ບໍ່ມີໃຜສາມາດກຳຈັດມັນອອກໄດ້ງ່າຍ.

ຜູ້ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ, ແລະ ທ່ານອາດຈະຕັດຄຳເວົ້າໃດກໍຕາມທີ່ບໍ່ມີຄວາມຫມາຍ ໃນພາສາຂອງທ່ານ. ອາດແປໄດ້ອີກວ່າ: "ຜູ້ຊາຍທີ່ທ່ານບໍ່ໄດ້ຮັບການຕັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຜູ້ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດ...ຫນັງຫຸ້ມປາຍອົງຄະຊາດຈະຖືກຕັດອອກຈາກຊົນຊາດຂອງຕົນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເຮົາຈະຕັດຜູ້ຊາຍທີ່ບໍ່ໄດ້ຮັບພິທີຕັດ ... ຫນັງຫຸ້ມປາຍອົງຄະຊາດຂອງຕົນ" ຫລື 2) "ເຮົາຕ້ອງການໃຫ້ເຈົ້າຕັດຜູ້ຊາຍທີ່ບໍ່ໄດ້ຮັບພິທີຕັດ...ຫນັງຫຸ້ມປາຍອົງຄະຊາດ ຈາກຊົນຊາດຂອງຕົນ."

ຕັດອອກຈາກຊົນຊາດຂອງຕົນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຖືກຂ້າ" ຫລື2) "ຖືກໄລ່ອອກຈາກຊຸມຊົນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ເພາະເຂົາໄດ້ລະເມີດພັນທະສັນຍາຂອງເຮົາ

"ລາວບໍ່ໄດ້ປະຕິບັດຕາມກົດລະບຽບ ຕາມພັນທະສັນຍາຂອງເຮົາ." ນີ້ແມ່ນເຫດຜົນທີ່ວ່າເຂົາຈະຕ້ອງຖືກຕັດອອກຈາກປະຊາຊົນຂອງຕົນ.