lo_tn/gen/17/09.md

3.7 KiB

ສຳລັບເຈົ້າ

ພຣະເຈົ້າໃຊ້ວະລີນີ້ເພື່ອແນະນຳສິ່ງທີ່ ອັບຣາມຈະຕ້ອງເຮັດ ໃນສ່ວນຂອງພັນທະສັນຍາລະຫວ່າງພຣະເຈົ້າກັບລາວ.

ຕ້ອງຮັກສາພັນທະສັນຍາຂອງເຮົາ

“ປະຕິບັດຕາມພັນທະສັນຍາຂອງເຮົາ” ຫລື “ໃຫ້ກຽດແກ່ພັນທະສັນຍາຂອງເຮົາ” ຫລື “ເຊື່ອຟັງພັນທະສັນຍາຂອງເຮົາ”

ນີ້ຄືພັນທະສັນຍາຂອງເຮົາ

"ນີ້ແມ່ນຂໍ້ກໍາເນົດຂອງພັນທະສັນຍາຂອງເຮົາ" ຫລື "ນີ້ແມ່ນສ່ວນຫນຶ່ງຂອງພັນທະສັນຍາຂອງເຮົາ." ປະໂຫຍກນີ້ເປັນການແນະນຳພາກສ່ວນຂອງພັນທະສັນຍາ ທີ່ອັບຣາມຕ້ອງເຮັດ.

ຜູ້ຊາຍທຸກຄົນທ່າມກາງເຈົ້າຈະຕ້ອງເຮັດພິທີຕັດ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ເຈົ້າຕ້ອງໄດ້ເຮັດພິທີຕັດແກ່ຜູ້ຊາຍທຸກຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຜູ້ຊາຍທຸກຄົນ

ນີ້ຫມາຍເຖີງມະນຸດເພດຊາຍ.

ເຈົ້າຕ້ອງເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດ

ບາງເຜົ່າອາດຈະຫມາຍເຖິງການສະແດງອອກທີ່ບໍ່ມີຄວາມຫມາຍປານໃດເຊັ່ນ "ທ່ານຕ້ອງໄດ້ຮັບພິທີການຕັດ." ຖ້າການແປພາສາຂອງທ່ານ ຄຳວ່າ "ຖືກຕັດ" ມີອົງປະກອບຄຳສັບສຳລັບ ຄຳວ່າ "ຜິວຫນັງປົກດ້ານຫນ້າ", ທ່ານບໍ່ຈຳ ເປັນຕ້ອງຂຽນຄືນໃຫມ່ອີກ. ປະໂຫຍກນີ້ສາມາດເຮັດໃຫ້ເປັນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ເຈົ້າຕ້ອງໄດ້ເຮັດໃຫ້ຜູ້ຊາຍທຸກຄົນໃນພວກເຈົ້າເຂົ້າຮັບພິທີຕັດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-euphemism]] ແລະ [[rc:///ta/man/translate/figs-activepassive]])

ນີ້ຈະເປັນຫມາຍສຳຄັນຂອງພັນທະສັນຍາ

"ສັນຍານທີ່ສະແດງໃຫ້ເຫັນວ່າພັນທະສັນຍາຍັງມີຢູ່"

ເປັນຫມາຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ສັນຍານ"ຫລື 2) "ເຄື່ອງຫມາຍ." ທີຫນຶ່ງ ຫມາຍຄວາມວ່າມັນມີສັນຍານຫນຶ່ງ, ແລະຄວາມຫມາຍທີສອງ ຫມາຍຄວາມວ່າອາດຈະມີຫລາຍກວ່າຫນຶ່ງສັນຍາລັກ. ໃນນີ້ຄຳວ່າ “ສັນຍານ” ຫມາຍເຖິງການເຕືອນບາງຢ່າງທີ່ພຣະເຈົ້າໄດ້ສັນຍາໄວ້.