lo_tn/gen/17/01.md

2.6 KiB

ເມື່ອອັບຣາມອາຍຸໄດ້ເກົ້າສິບເກົ້າປີ

ອາຍຸເກົ້າປີ - ວະລີນີ້ຖືກນຳໃຊ້ໃນນີ້ເພື່ອຫມາຍຈຸດເລີ່ມຕົ້ນຂອງພາກໃຫມ່ຂອງບົດເລື່ອງ. ຖ້າພາສາຂອງທ່ານມີວິທີການໃຊ້ຄຳສັບແບບນີ້, ທ່ານສາມາດພິຈາລະນານຳໃຊ້ໄດ້.

ພຣະເຈົ້າອົງຊົງຣິດອຳນາດ

“ພຣະເຈົ້າຜູ້ມີິຣິດເດດທຸກປະການ” ຫລື “ພຣະເຈົ້າຜູ້ມີອຳນາດທັງສີ້ນ”

ຈົ່ງດຳເນີນຕໍ່ຫນ້າເຮົາ

ການຍ່າງແມ່ນການປຽບທຽບສຳລັບການດຳລົງຊີວິດ, ແລະ "ຕໍ່ຫນ້າເຮົາ" ຫລື "ຢູ່ໃນທີ່ປະທັບຂອງເຮົາ" ນີ້ແມ່ນຄຳປຽບທຽບທີ່ສະແດງເຖີງການເຊື່ອຟັງ. ອາດແປໄດ້ອີກວ່າ: "ໃຊ້ຊີວິດໃນແບບທີ່ເຮົາຢາກໃຫ້ເຈົ້າເປັນ" ຫລື "ເຊື່ອຟັງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈາກນັ້ນເຮົາຈະຢືນຢັນ

"ຖ້າທ່ານເຮັດສິ່ງນີ້, ສະນັ້ນເຮົາຈະຢືນຢັນ"

ເຮົາຈະຢືນຢັນພັນທະສັນຍາຂອງເຮົາ

"ເຮົາຈະມອບພັນທະສັນຍາຂອງເຮົາ" ຫລື "ເຮົາຈະເຮັດພັນທະສັນຍາຂອງເຮົາ"

ພັນທະສັນຍາ

ໃນພັນທະສັນຍານີ້ພຣະເຈົ້າ ສັນຍາວ່າຈະອວຍພອນແກ່ອັບຣາມ, ແຕ່ພຣະອົງຮຽກຮ້ອງໃຫ້ອັບຣາມ ຕ້ອງເຊື່ອຟັງພຣະອົງ.

ຈະເພີ່ມທະວີໃຫ້ແກ່ເຈົ້າຢ່າງຫລວງຫລາຍ

"ເພີ່ມຈຳນວນລູກຫລານຂອງທ່ານຢ່າງຫລວງຫລາຍ" ຫລື "ໃຫ້ລູກຫລານທ່ານເກີດຈຳນວນຫລວງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)