lo_tn/gen/16/13.md

2.3 KiB

ພຣະຢາເວຜູ້ທີ່ໄດ້ກ່າວແກ່ນາງ

"ພຣະຢາເວ, ເພາະພຣະອົງໄດ້ກ່າວແກ່ນາງ"

ຂ້ານ້ອຍຍັງເຫັນໄດ້ແທ້ໆບໍ,...ຂ້ານ້ອຍ?

ນາງຮາກາໄດ້ໃຊ້ຄຳຖາມນີ້ ເພື່ອສະແດງຄວາມປະຫລາດໃຈວ່ານາງຍັງມີຊີວິດຢູ່ເຖິງແມ່ນວ່ານາງໄດ້ພົບກັບພຣະເຈົ້າ. ຄົນທົ່ວໄປຄາດຫວັງວ່າຖ້າພວກເຂົາພົບກັບພຣະເຈົ້າ, ພວກເຂົາກໍ່ຈະຕາຍ. ອາດແປໄດ້ອີກວ່າ: "ຂ້ານ້ອຍແປກໃຈວ່າຂ້ານ້ອຍຍັງມີຊີວິດຢູ່, ... ຂ້ານ້ອຍ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-rquestion]])

ດັ່ງນັ້ນນໍ້າສ້າງນັ້ນຈຶ່ງຖືກເອີ້ນຊື່ວ່າ ເບເອວຣາໄຮຣອຍ

ນາຍແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ເບເອວຣາໄຮຣອຍ ຫມາຍເຖິງ 'ນໍ້າສ້າງຂອງຜູ້ຊົງມີຊີວິດຢູ່ ທີ່ໄດ້ພົບຂ້ານ້ອຍ.'" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເບິ່ງແມ, ມັນຕັ້ງຢູ່ລະຫວ່າງກາເດັດ ແລະ ເບເຣັດ.

ຄຳວ່າ “ເບິ່ງແມ” ໃນນີ້ເພື່ອດຶງຄວາມສົນໃຈກັບຄວາມຈິງທີ່ວ່າຜູ້ຂຽນ ແລະ ຜູ້ອ່ານໄດ້ຮູ້ທີ່ຕັ້ງຂອງນໍ້າສ້າງແລ້ວ. ອາດແປໄດ້ອີກວ່າ: "ໃນຄວາມເປັນຈິງ, ມັນຕັ້ງຢູ່ລະຫວ່າງກາເດັດ ແລະ ເບເຣັດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)