lo_tn/gen/16/05.md

2.7 KiB

ຄວາມທຸກນີ້ຕົກແກ່ຂ້ອຍ

"ຄວາມບໍ່ຍຸຕິທຳຕໍ່ສູ້ຂ້ອຍ"

ເພາະທ່ານ

"ແມ່ນຄວາມຮັບຜິດຊອບຂອງເຈົ້າ" ຫລື "ແມ່ນຄວາມຜິດຂອງເຈົ້າ"

ຂ້ອຍໄດ້ຍົກສາວໃຊ້ຂອງຂ້ອຍໃຫ້ເປັນເມຍຂອງທ່ານ

ຊາຣາຍໄດ້ໃຊ້ຄຳວ່າ "ໂອບກອດ" ຢູ່ໃນນີ້ເພື່ອກ່າວເຖິງວ່າອັບຣາມໄດ້ນອນກັບສາວໃຊ້. ອາດແປໄດ້ອີກວ່າ: "ຂ້ອຍໄດ້ໃຫ້ຄົນໃຊ້ຂອງຂ້ອຍເພື່ອໃຫ້ເຈົ້າໄດ້ນອນກັບນາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ຂ້ອຍກໍຖືກຫມິ່ນປະຫມາດໃນສາຍຕາຂອງນາງ

ປະໂຫຍກນີ້ສາມາດເປັນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ນາງກຽດຊັງຂ້ອຍ" ຫຼື "ນາງເລີ່ມກຽດຊັງຂ້ອຍ" ຫຼື "ນາງຄິດວ່ານາງດີກ່ວາຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຂໍໃຫ້ພຣະຢາເວຕັດສິນຄວາມລະຫວ່າງຂ້ອຍກັບທ່ານ

"ຂ້ານ້ອຍຂໍໃຫ້ ພຣະຢາເວ ຕັດສິນວ່ານີ້ແມ່ນຄວາມຜິດຂອງຂ້ານ້ອຍ ຫລື ຄວາມຜິດຂອງເຈົ້າ" ຫລື "ຂ້ານ້ອຍຕ້ອງການໃຫ້ ພຣະຢາເວຕັດສິນວ່າຄົນໃດໃນພວກເຮົາຖືກ." ປະໂຫຍກທີ່ວ່າ "ຕັດສິນລະຫວ່າງ" ຫມາຍເຖິງການຕັດສິນວ່າຄົນໃດເປັນຜູ້ຖືກ ໃນຄະດີຂັດແຍ້ງລະຫວ່າງພວກເຂົາ.

ນີ້ເດ

"ຟັງຂ້ອຍ" ຫລື "ຕັ້ງໃຈ"

ຢູ່ໃນອຳນາດຂອງເຈົ້າ

"ຢູ່ໃຕ້ອຳນາດຂອງເຈົ້າ"

ຊາຣາຍຈຶ່ງຂົ່ມເຫັງນາງຢ່າງຫນັກ

"ຊາຣາຍຈຶ່ງປະຕິບັດຕໍ່ນາງຢ່າງຊົ່ວຊ້າ"

ແລະ ນາງກໍໄດ້ຫນີໄປຈາກນາງ

"ແລະ ນາງຮາກາ ໄດ້ຫນີຈາກ ຊາຣາຍ"