lo_tn/gen/15/17.md

2.8 KiB

ເບິ່ງເຖີດ

ຄຳວ່າ "ເບິ່ງເຖີດ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ຫນ້າປະຫລາດໃຈທີ່ຕິດຕາມມາ.

ມີຫມໍ້ຄວັນໄຟ, ແລະ ມີໂຄມໄຟໄດ້ຜ່ານໄປລະຫວ່າງຊາກສັດເຫລົ່ານັ້ນ

ພຣະເຈົ້າໄດ້ເຮັດສິ່ງນີ້ເພື່ອສະແດງໃຫ້ອັບຣາມເຫັນວ່າ ລາວໄດ້ເຮັດພັນທະສັນຍາກັບລາວ.

ໄດ້ຜ່ານໄປລະຫວ່າງຊາກ

"ຜ່ານລະຫວ່າງສອງແຖວຂອງຕ່ອນຊາກສັດ"

ພັນທະສັນຍາ

ໃນພັນທະສັນຍານີ້ພຣະເຈົ້າສັນຍາວ່າ ຈະອວຍພອນແກ່ອັບຣາມ, ແລະ ພຣະອົງຈະອວຍພອນລາວຕໍ່ໄປອີກຕໍ່ໄປຕາບເທົ່າໃດກໍຕາມທີ່ ອັບຣາມຍັງຕິດຕາມພຣະອົງ.

ໂດຍໃນນີ້ເຮົາມອບດິນແດນນີ້

ໂດຍການເວົ້າແນວນີ້ພຣະເຈົ້າປະທານທີ່ດິນໃຫ້ແກ່ລູກຫລານຂອງອັບຣາມ. ພຣະເຈົ້າໄດ້ເຮັດສິ່ງນີ້ໃນເວລານັ້ນ, ແຕ່ລູກຫລານຈະຍັງບໍ່ໄດ້ເຂົ້າໄປໃນແຜ່ນດິນຈົນກວ່າອີກຫລາຍປີຕໍ່ມາ.

ຈົນເຖິງແມ່ນໍ້າໃຫຍ່, ຄືແມ່ນ້ຳເອີຟຣັດ

"ແມ່ນໍ້າຂະຫນາດໃຫຍ່, ແມ່ນ້ຳເອີຟຣັດ." ນີ້ແມ່ນສອງວິທີໃນການອ້າງອີງໃສ່ແມ່ນໍ້າດຽວກັນ.

ຄົນເກນິດ, ຄົນເກນິດຊີ, ຄົນກັດໂມ, ຄົນຮິດຕີ, ຄົນເປຣີຊີ, ຄົນເຣຟາອີມ, ຄົນອາໂມ, ຄົນການາອານ, ຄົນກີກາຊີ, ແລະ ຄົນເຢບຸດ.

ນີ້ແມ່ນຊື່ຂອງກຸ່ມຄົນທີ່ອາໄສຢູ່ໃນດິນແດນນັ້ນ. ພຣະເຈົ້າຍອມໃຫ້ລູກຫລານຂອງອັບຣາຮາມເອົາຊະນະຄົນເຫຼົ່ານີ້ ແລະຍຶດເອົາດິນແດນຂອງພວກເຂົາ. (ເບິ່ງເພີ່ມເຕີມ synecdoche : rc://*/ta/man/translate/translate-names)