lo_tn/gen/15/14.md

3.4 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ເວົ້າກັບອັບຣາມໃນຂະນະທີ່ອັບຣາມຍັງຝັນ.

ເຮົາຈະພິພາກສາ

ໃນນີ້ຄຳວ່າ “ພິພາກສາ” ແມ່ນຄຳເວົ້າສຳລັບສິ່ງທີ່ຈະເກີດຂື້ນຫຼັງຈາກພຣະເຈົ້າຕັດສິນ. ອາດແປໄດ້ອີກວ່າ: "ເຮົາຈະລົງໂທດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ທີ່ພວກເຂົາຈະຮັບໃຊ້

ຄວາມຫມາຍເຕັມຂອງຄຳເວົ້ານີ້ ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ວ່າລູກຫລານຂອງທ່ານຈະຮັບໃຊ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຊັບສົມບັດຢ່າງຫລວງຫລາຍ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ຊັບສິນຫລາຍຢ່າງ" ຫລື "ຊັບສົມບັດອັນລໍ້າຄ່າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ແຕ່ເຈົ້າຈະໄປຫາບັນພະບຸຣຸດຂອງເຈົ້າ

ນີ້ແມ່ນວິທີເວົ້າທີ່ສຸພາບຂອງການເວົ້າວ່າ "ເຈົ້າຈະຕາຍ". (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ບັນພະບຸຣຸດ

ຄຳວ່າ "ບັນພະບຸລຸດ" ແມ່ນ synecdoche ສຳລັບບັນພະບຸຣຸດທຸກຄົນ. ອາດແປໄດ້ອີກວ່າ: "ບັນພະບຸຣຸດ" ຫລື "ບັນພະບຸຣຸດຂອງບັນພະບຸຣຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເຈົ້າຈະຖືກຝັງເມື່ອອາຍຸຫລາຍແລ້ວ

"ເຈົ້າຈະເຖົ້າແກ່ຫລາຍ ເມື່ອເຖີງເວລາທີ່ເຈົ້າຈະຕ້ອງຕາຍ ແລະຄອບຄົວຂອງທ່ານຝັງສົບຂອງເຈົ້າ"

ໃນຊົ່ວອາຍຸຄົນທີສີ່

ນີ້ແມ່ນຄົນຮຸ້ນຫນຶ່ງ ຫມາຍເຖິງຊົ່ວອາຍຸ 100 ປີ. "ຫລັງຈາກໄດ້ຄອບສີ່ຮ້ອຍປີ"

ພວກເຂົາຈະມາທີ່ນີ້ອີກຄັ້ງ

"ລູກຫລານຂອງເຈົ້າຈະກັບມາຢູ່ທີ່ນີ້." ລູກຫລານຂອງອັບຣາມຈະມາຮອດແຜ່ນດິນບ່ອນທີ່ອັບຣາມເຄີຍຢູ່ອາໄສຢູ່ໃນເວລານັ້ນ, ແຜ່ນດິນທີ່ພຣະຢາເວໄດ້ສັນຍາໄວ້ວ່າຈະມອບໃຫ້ແກ່ລາວ.

ຍັງບໍ່ເຖິງຂີດສຸດ

"ຍັງບໍ່ແລ້ວ" ຫລື "ຈະເຮັດໃຫ້ຮ້າຍແຮງກວ່າເກົ່າ ກ່ອນທີ່ເຮົາລົງໂທດພວກເຂົາ"