lo_tn/gen/15/06.md

1.6 KiB

ເຂົາເຊື່ອພຣະຢາເວ

ນີ້ຫມາຍຄວາມວ່າລາວຍອມຮັບ ແລະ ເຊື່ອຫມັ້ນໃນສິ່ງທີ່ ພຣະຢາເວເວົ້າວ່າແມ່ນຄວາມຈິງ.

ພຣະອົງຊົງຖືວ່ານີ້ຄືຄວາມຊອບທັມຂອງເຂົາ

"ພຣະຢາເວເຫັນຄວາມເຊື່ອຂອງອັບຣາມວ່າເປັນຄວາມຊອບທັມ" ຫລື "ພຣະຢາເວຖືວ່າອັບຣາມຊອບທໍາ ເພາະວ່າອັບຣາມໄດ້ເຊື່ອໃນພຣະອົງ"

ເຮົາຄືພຣະຢາເວ, ຜູ້ທີ່ນຳພາເຈົ້າອອກມາຈາກເມືອງອູເຣ

ພຣະຢາເວໄດ້ເຕືອນອັບຣາມ ກ່ຽວກັບສິ່ງທີ່ລາວໄດ້ເຮັດມາແລ້ວ ເພື່ອວ່າອັບຣາມຮູ້ວ່າພຣະຢາເວມີອຳນາດທີ່ຈະໃຫ້ ອັບຣາມ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບລາວ.

ເປັນກຳມະສິດ

"ເພື່ອຮັບເອົາ" ຫລື "ເພື່ອທີ່ວ່າເຈົ້າຈະຄອບຄອງມັນ"

ຂ້ານ້ອຍຈະຮູ້ໄດ້ຢ່າງໃດ

ອັບຣາມໄດ້ຮ້ອງຂໍພຣະຢາເວ ເພື່ອພິສູດຕື່ມອີກວ່າຈະໃຫ້ເຂົາໄດ້ຄອບຄອງທີ່ດິນແທ້.