lo_tn/gen/15/04.md

2.1 KiB

ຈາກນັ້ນ, ເບິ່ງແມ

ຄຳວ່າ "ເບິ່ງແມ" ເນັ້ນເຖິງຄວາມຈິງທີ່ວ່າຄຳເວົ້າຂອງພຣະຢາເວໄດ້ມາເຖິງອັບຣາຮາມອີກ.

ຄຳສັ່ງຂອງພຣະຢາເວໄດ້ມາເຖິງເຂົາ

ສຳນວນນີ້ຫມາຍຄວາມວ່າພຣະເຈົ້າໄດ້ກ່າວ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ15:1. ອາດແປໄດ້ອີກວ່າ: "ພຣະຢາເວກ່າວຂໍ້ຄວາມຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຄຳສັ່ງຂອງພຣະຢາເວ

ໃນນີ້ຄຳວ່າ “ຄຳສັ່ງ” ສະແດງເຖິງຂໍ້ຄວາມຂອງພຣະຢາເວ. ອາດແປໄດ້ອີກວ່າ: "ຖ້ອຍຄຳຂອງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຄົນຜູ້ນີ້

ນີ້ຫມາຍເຖີງເອລີເອເຊ ຊາວດາມັສກັດ.

ຜູ້ທີ່ຈະມາຈາກຮ່າງກາຍຂອງເຈົ້າ

"ຜູ້ທີ່ເຈົ້າຈະເປັນພໍ່" ຫລື "ລູກຊາຍຂອງເຈົ້າ." ລູກຊາຍຂອງອັບຣາມຈະກາຍເປັນຜູ້ສືບທອດຂອງລາວ.

ນັບດວງດາວທັງຫລາຍ

"ນັບດວງດາວ"

ດັ່ງນັ້ນເຊື້ອສາຍຂອງເຈົ້າກໍຈະເປັນຢ່າງນັ້ນ

ເຊັ່ນດຽວກັບທີ່ອັບຣາມຈະບໍ່ສາມາດນັບດາວທຸກດວງ, ລາວກໍ່ຈະບໍ່ສາມາດນັບລູກຫລານທັງຫມົດຂອງລາວໄດ້ ເພາະວ່າມັນຈະມີຈຳນວນຫລວງຫລາຍ.