lo_tn/gen/15/01.md

2.8 KiB

ຫລັງຈາກສິ່ງເຫລົ່ານີ້ແລ້ວ

“ສິ່ງເຫລົ່ານີ້” ຫມາຍເຖິງເວລາທີ່ກະສັດໄດ້ຕໍ່ສູ້ ແລະ ອັບຣາມຊ່ວຍກູ້ໂລດ.

ຄຳສັ່ງຂອງພຣະຢາເວໄດ້ມາ

ສຳນວນນີ້ຫມາຍຄວາມວ່າພຣະຢາເວເວົ້າ. ອາດແປໄດ້ອີກວ່າ: "ພຣະຢາເວກ່າວຂໍ້ຄວາມຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຄຳສັ່ງຂອງພຣະຢາເວ

ໃນນີ້ຄຳວ່າ “ຄຳສັ່ງ” ສະແດງເຖິງຂໍ້ຄວາມຂອງພຣະຢາເວ. ອາດແປໄດ້ອີກວ່າ: "ຂໍ້ຄວາມຂອງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໂລ້ກຳ​ບັງ.......ບຳເຫນັດ

ພຣະເຈົ້າໄດ້ໃຊ້ການປຽບທຽບສອງຢ່າງນີ້ ເພື່ອບອກກັບອັບຣາມກ່ຽວກັບລັກສະນະ ແລະ ຄວາມສຳພັນຂອງພຣະອົງກັບອັບຣາມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາເປັນໂລ້ກຳ​ບັງຂອງເຈົ້າ

ພວກທະຫານໃຊ້ໂລ່ເພື່ອປ້ອງກັນຕົນເອງຈາກສັດຕູ. ອາດແປໄດ້ອີກວ່າ: "ເຮົາຈະປົກປ້ອງເຈົ້າຄືດັ່ງທີ່ເຈົ້າໃສ່ໂລ່" ຫລື "ເຮົາເປັນໂລ່ຂອງເຈົ້າ ທີ່ຈະປົກປ້ອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບຳເຫນັດ

"ການຈ່າຍເງິນ." ນີ້ຫມາຍເຖິງການຕອບແທນທີ່ບຸກຄົນຫນຶ່ງຄວນຈະໄດ້ຮັບ. ສອງຄວາມຫມາຍ ທີ່ເປັນໄປໄດ້ແມ່ນ 1) "ເຮົາແມ່ນທຸກສິ່ງທີ່ເຈົ້າຕ້ອງການ" ຫລື 2) "ເຮົາຈະໃຫ້ທຸກສິ່ງທີ່ເຈົ້າຕ້ອງການ."

ອັບຣາມໄດ້ທູນອີກວ່າ, "ຕັ້ງແຕ່ພຣະອົງບໍ່ໄດ້ໃຫ້ຂ້ານ້ອຍມີລູກ

"ອັບຣາມສືບຕໍ່ເວົ້າ ແລະ ເວົ້າວ່າ, 'ນັບຕັ້ງແຕ່ພຣະອົງໄດ້ໃຫ້ຂ້ານ້ອຍ'"