lo_tn/gen/14/21.md

2.9 KiB

ຈົ່ງໃຫ້ປະຊາຊົນແກ່ຂ້ານ້ອຍ

ປະໂຫຍກທີ່ວ່າ "ປະຊາຊົນ" ອາດຈະຫມາຍເຖິງປະຊາຊົນເມືອງໂຊໂດມ ທີ່ສັດຕູໄດ້ຈັບມາ. ອັບຣາມໄດ້ຊ່ວຍເຫຼືອພວກເຂົາ ເມື່ອລາວຊ່ວຍກູ້ໂລດ.

ຂ້ານ້ອຍໄດ້ຍົກມືຂອງຂ້ານ້ອຍ

ນີ້ຫມາຍຄວາມວ່າ "ຂ້ານ້ອຍໄດ້ສາບານແລ້ວ" ຫລື "ຂ້ານ້ອຍໄດ້ສັນຍາແລ້ວ."

ຂ້ານ້ອຍຈະບໍ່ຮັບສິ່ງໃດເລີຍ, ຍົກເວັ້ນສິ່ງທີ່ບັນດາຄົນຫນຸ່ມທັງຫລາຍໄດ້ກິນ

"ຂ້ານ້ອຍເອົາຈາກເຈົ້າພຽງແຕ່ສິ່ງທີ່ຊາຍຫມຸ່ມ ທີ່ຂ້ານ້ອຍໄດ້ກິນມາແລ້ວ." ອັບຣາມກຳລັງປະຕິເສດທີ່ຈະຍອມຮັບເອົາສິ່ງໃດສິ່ງ ຫນຶ່ງສຳລັບຕົນເອງ, ແຕ່ຍອມຮັບວ່າທະຫານໄດ້ກິນອາຫານ ຈຳນວນຫນຶ່ງໃນລະຫວ່າງການເດີນທາງກັບໄປເມືອງໂຊໂດມ ຫລັງຈາກການສູ້ຮົບ.

ສ່ວນແບ່ງຂອງພວກຜູ້ຊາຍທີ່ໄປກັບຂ້ານ້ອຍ

ຄວາມຫມາຍເຕັມຂອງຄຳເວົ້ານີ້ ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ສ່ວນແບ່ງຂອງຊັບສິນທີ່ເປັນຂອງບັນດາຜູ້ຊາຍທີ່ໄດ້ຊ່ວຍຂ້ານ້ອຍໃນການສູ້ຮົບ ໃຫ້ເຈົ້າເອົາມັນຄືນໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ອາເນ, ເອັດຊະໂຄນ, ແລະ ມຳເຣ

ຄົນເຫລົ່ານີ້ແມ່ນພັນທະມິດຂອງອັບຣາມ (ເບິ່ງ:14:13). ເນື່ອງຈາກວ່າພວກເຂົາເປັນພັນທະມິດຂອງອັບຣາມ ພວກເຂົາຈຶ່ງໄດ້ຮ່ວມຕໍ່ສູ້ກັບລາວ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ເພື່ອນທີ່ເປັນພັນທະມິດຂອງຂ້ອຍຄື ອາເນ, ເອັດຊະໂຄນ, ແລະ ມຳເຣ " (ເບິ່ງ:ເພີ່ມເຕີມ rc://*/ta/man/translate/figs-explicit)