lo_tn/gen/14/10.md

4.8 KiB

ຂະນະນັ້ນ

ຄຳນີ້ແນະນຳຂໍ້ມູນເບື້ອງຫລັງກ່ຽວກັບຮ່ອມພູສິດດິມ. ພາສາຂອງທ່ານອາດຈະມີອີກວິທີອື່ນທີ່ສາມາດໃຊ້ແທນໄດ້ ໃນການແນະນຳຂໍ້ມູນເບື້ອງຫລັງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-background)

ເຕັມໄປດ້ວຍບໍ່ນໍ້າມັນດິບ

"ມີບໍ່ນໍ້າມັນດິບຫລາຍບໍ່" ນີ້ແມ່ນຮູທີ່ມີນໍ້າມັນດິບຢູ່ທາງໃນຮູເຫລົ່ານັ້ນ.

ນໍ້າມັນດິບ

ທາດແຫລວສີດຳທີ່ຫນາ, ຫນຽວ, ທີ່ຂື້ນມາຈາກພື້ນດິນ. ເບິ່ງເພີ່ມເຕີມວິທີການນີ້ຖືກແປຂໍ້ນີ້ໃນ 11: 3.

ກະສັດເມືອງໂຊໂດມ ແລະ ເມືອງໂກໂມຣາ

ນີ້ແມ່ນຄຳອຸປະມາ ສຳລັບກະສັດ ແລະ ກອງທັບຂອງພວກເຂົາ. ອາດແປໄດ້ອີກວ່າ: ກະສັດໃນເມືອງໂຊໂດມ ແລະ ເມືອງໂຄໂມລາຣາ ແລະ ກອງທັບຂອງພວກເຂົາ "(ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາໄດ້ຕົກລົງໃນບໍ່ນັ້ນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ມີທະຫານບາງຄົນຂອງພວກເຂົາໄດ້ຕົກລົງໃນບໍ່ນໍ້າມັນດິບ ຫລື 2) ກະສັດເອງກໍ່ຕົກລົງໃນບໍ່ນໍ້າມັນດິບ. ນັບຕັ້ງແຕ່ໃນຂໍ້ 14:17 ກ່າວວ່າກະສັດໂຊໂດມໄດ້ໄປພົບກັບອັບຣາມ, ຄວາມຫມາຍ ທຳອິດແມ່ນຖືກຕ້ອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ສ່ວນກະສັດຄົນອື່ນໄດ້ຫລົບລີ້

"ຜູ້ທີ່ບໍ່ໄດ້ເສຍຊີວິດໃນການສູ້ຮົບ ແລະ ບໍ່ໄດ້ຕົກຢູ່ໃນບໍ່"

ພວກຂ້າເສິກ

ນີ້ຫມາຍເຖິງກະສັດເຊເດໂອນລາໂມເມີ ແລະ ກະສັດອື່ນໆ ແລະ ກອງທັບຂອງພວກເຂົາກັບລາວທີ່ກຳລັງໂຈມຕີເມືອງໂຊໂດມ ແລະ ເມືອງໂຄໂມລາ.

ສິ່ງຂອງທັງຫມົດຂອງເມືອງໂຊໂດມ, ແລະ ໂກໂມຣາ

ຄຳວ່າ "ໂຊໂດມ" ແລະ "ໂກໂມຣາ" ແມ່ນຄຳສັບສຳລັບຄົນທີ່ອາໄສຢູ່ໃນເມືອງເຫລົ່ານັ້ນ. ອາດແປໄດ້ອີກວ່າ: "ຄວາມຮັ່ງມີຂອງປະຊາຊົນເມືອງໂຊໂດມ ແລະ ໂກໂມຣາ" ຫລື "ຊັບສົມບັດຂອງປະຊາຊົນເມືອງໂຊໂດມ, ແລະ ໂກໂມຣາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ສະບຽງອາຫານ

"ອາຫານ ແລະ ເຄື່ອງດື່ມຂອງພວກເຂົາ"

ພວກເຂົາຈາກໄປ

"ພວກເຂົາໄດ້ຈາກໄປ"

ພວກເຂົາໄດ້ຈັບຕົວໂລດ, ຫລານຊາຍຂອງອັບຣາມທີ່ອາໄສຢູ່ໃນເມືອງ ໂຊໂດມ, ແລະ ຊັບສິນເງິນຄຳທັງຫມົດຂອງເຂົາໄປດ້ວຍ

ວະລີທີ່ວ່າ "ລູກຊາຍຂອງອ້າຍຂອງອັບຣາມ" ແລະ "ຜູ້ທີ່ອາໃສຢູ່ໃນເມືອງໂຊໂດມ" ຢໍ້າເຕືອນຜູ້ອ່ານກ່ຽວກັບສິ່ງຕ່າງໆທີ່ຂຽນໄວ້ກ່ອນຫນ້ານີ້ກ່ຽວກັບໂລດ. ອາດແປໄດ້ອີກວ່າ: "ພວກເຂົາຍັງໄດ້ເອົາໂລດ ພ້ອມດ້ວຍຊັບສົມບັດທັງຫມົດຂອງລາວ. ໂລດແມ່ນລູກຊາຍຂອງອ້າຍອັບຣາມ ແລະ ກຳລັງອາໄສຢູ່ເມືອງໂຊໂດມໃນເວລານັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-distinguish)