lo_tn/gen/14/07.md

2.8 KiB

ຂໍ້ມູນທົ່ວໄປ:

ໃນຂໍ້ 8 ແລະ 9 ເວົ້າຊໍ້າໃນສິ່ງທີ່ເວົ້າໃນຂໍ້14:3 ແລະ ສືບຕໍ່ບອກເຫດການທີ່ເກີດຂື້ນເມື່ອກະສັດໄດ້ມາເຕົ້າໂຮມກັນເພື່ອຕໍ່ສູ້.

ພວກເຂົາກໍໄດ້ກັບມາ

ຄຳວ່າ "ພວກເຂົາ" ຫມາຍເຖິງກະສັດຕ່າງຊາດທັງສີ່ຄົນ ທີ່ກຳລັງໂຈມຕີເຂດແດນການາອານ. ຊື່ຂອງພວກເຂົາແມ່ນ ອຳຣາເຟນ, ອາຣິໂອກ, ເຄໂດລາໂອເມ, ແລະ ຕີດານ. ອາດແປໄດ້ອີກວ່າ: "ພວກເຂົາໄດ້ຫັນກັບ ແລະ ໄດ້ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-go)

ຄົນອາໂມທີ່ອາໄສຢູ່ທີ່ເມືອງຮາຊາໂຊນຕາມາ

ປະໂຫຍກນີ້ບອກວ່າປະຊາຊົນອາໂມນຖືກຕີຈົນປະລາໄຊ. ມີຄົນອາໂມອີກກຸ່ມອື່ນໆ ທີ່ອາໄສຢູ່ສະຖານທີ່ອື່ນ.

ແລະ ກະສັດເມືອງເບລາ (ທີ່ເອີ້ນວ່າໂຊອາດ້ວຍ)

ເມືອງເບລາຍັງຖືກເອີ້ນວ່າ ເມືອງໂຊອາ. ຂໍ້ມູນນີ້ຍັງສາມາດເພີ່ມເຂົ້າໃນຕອນທ້າຍຂອງປະໂຫຍກໄດ້. "ແລະ ກະສັດຂອງ ເມືອງເບລາໄດ້ອອກໄປ ແລະ ກຽມພ້ອມສູ້ຮົບ. ເມືອງເບລາຍັງຖືກເອີ້ນວ່າ ເມືອງໂຊອາ."

ຕຽມຕົວເຮັດສົງຄາມສູ້ຮົບ

"ເຂົ້າຮ່ວມໃນການສູ້ຮົບ" ຫຼື "ຕຽມຕົວສູ້ຮົບ." ຜູ້ແປບາງຄົນອາດຈະຕ້ອງເວົ້າອີກວ່າກອງທັບໄດ້ຕໍ່ສູ້, ຄືກັບຂໍ້ມູນໃນຂໍ້ທີ 9. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ກະສັດສີ່ພະອົງຕໍ່ສູ້ກະສັດຫ້າພະອົງ

ເນື່ອງຈາກກະສັດທັງ ຫ້າຄົນ ໄດ້ຖືກຈັດເຂົ້າໃນລະດັບຫນຶ່ງ, ບາງພາສາອາດຈະແປຄຳວ່າ "ກະສັດຫ້າຄົນຕໍ່ສູ້ສີ່ກະສັດຄົນ".