lo_tn/gen/14/03.md

3.1 KiB

ພາຍກະສັດທັງຫ້າຄົນເຫລົ່ານີ້ໄດ້ຮ່ວມມື

ຂໍ້ມູນທີ່ກອງທັບຂອງພວກເຂົາ ມາຮ່ວມກັນນັ້ນສາມາດເຮັດໃຫ້ມີຄວາມຊັດເຈນໄດ້. ອາດແປໄດ້ອີກວ່າ: "ພາຍຫລັງຫ້າກະສັດເຫລົ່ານີ້ ແລະ ກອງທັບຂອງພວກເຂົາໄດ້ເຂົ້າມາຮ່ວມມືກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພວກເຂົາໄດ້ຮັບໃຊ້ເຄໂດລາໂອເມມາສິບສອງປີ

ເຫດການໃນຂໍ້ 4-7 ໄດ້ເກີດຂື້ນກ່ອນໃນຂໍ້ 3. ພາສາຂອງທ່ານອາດຈະມີວິທີການສະແດງສິ່ງນີ້.

ພວກເຂົາໄດ້ຮັບໃຊ້ເຄໂດລາໂອເມ

ພວກເຂົາອາດຈະຕ້ອງເສຍພາສີໃຫ້ລາວ ແລະ ຮັບໃຊ້ໃນກອງທັບຂອງລາວ. ອາດແປໄດ້ອີກວ່າ: "ພວກເຂົາເຄີຍຢູ່ພາຍໃຕ້ການຄວບຄຸມຂອງ ເຄໂດລາໂອເມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ໄດ້ພາກັນກໍ່ການກະບົດຂຶ້ນ

"ພວກເຂົາປະຕິເສດທີ່ຈະຮັບໃຊ້ລາວ" ຫລື "ພວກເຂົາຢຸດຮັບໃຊ້ລາວ"

ໄດ້ມາ ແລະ ໂຈມຕີ

ພວກເຂົາໄດ້ເຮັດສິ່ງນີ້ເພາະກະສັດອົງອື່ນໄດ້ກະບົດ.

ເຣຟາອີມ....ຄົນຊູຊິມ.....ຄົນເອມິມ ....ຄົນໂຮຣີ

ເຫລົ່ານີ້ແມ່ນຊື່ຂອງກຸ່ມຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເມືອງ ອັດຊະຕາໂຣດ ການາອີມ....ເມືອງກີຣິອາດທາອິມ....ເສອີ ..... ເມືອງເອນປາຣານ

ເຫລົ່ານີ້ແມ່ນຊື່ຂອງສະຖານທີ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເມືອງເອນປາຣານ, ຊຶ່ງຢູ່ໃກ້ທະເລຊາຍ

ປະໂຫຍກນີ້ຊ່ວຍໃຫ້ຜູ້ອ່ານເຂົ້າໃຈວ່າເມືອງເອນປາຣານຢູ່ໃສ. ຖ້າຈໍາເປັນສາມາດຖືກແປເປັນປະໂຫຍກແຍກຕ່າງຫາກ. ອາດແປໄດ້ອີກວ່າ: "ເອນປາຣານ. ເອນປາຣານຕັ້ງຢູ່ໃກ້ທະເລຊາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-distinguish)