lo_tn/gen/12/17.md

2.1 KiB

ເພາະຊາຣາຍເມຍຂອງອັບຣາມ

ປະໂຫຍກນີ້ສາມາດເຮັດໃຫ້ມີຄວາມຊັດເຈນໄດ້. ອາດແປໄດ້ອີກວ່າ: "ເພາະວ່າຟາໂຣຕັ້ງໃຈທີ່ຈະເອົາຊາຣາ, ພັນລະຍາຂອງອັບຣາມ, ມາເປັນເມຍຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຟາໂຣໄດ້ຊົງເອີ້ນອັບຣາມມາ

"ຟາໂຣໄດ້ຊົງເອີ້ນອັບຣາມ" ຫລື "ຟາໂຣໄດ້ຊົງສັ່ງອັບຣາມເຂົ້າມາຫາລາວ"

ເປັນຫຍັງເຈົ້າຈຶ່ງເຮັດຕໍ່ເຮົາແບບນີ້?

ຟາໂຣໄດ້ໃຊ້ຄຳຖາມນີ້ເພື່ອສະແດງໃຫ້ເຫັນວ່າລາວໃຈຮ້າຍກ່ຽວກັບ ສິ່ງທີ່ອັບຣາມໄດ້ເຮັດກັບລາວ. ມັນຍັງສາມາດຖືກກ່າວເປັນຄຳອຸທອນ. ອາດແປໄດ້ອີກວ່າ: "ທ່ານໄດ້ເຮັດສິ່ງທີ່ຊົ່ວຮ້າຍຕໍ່ຂ້ອຍ!". (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຈາກນັ້ນຟາໂຣໄດ້ຊົງອອກຄຳສັ່ງແກ່ຄົນຂອງພະອົງກຽ່ວກັບເພິ່ນ

"ຈາກນັ້ນຟາໂຣໄດ້ຊົງອອກຄຳສັ່ງແກ່ຄົນຂອງພະອົງກ່ຽວກັບອັບຣາມ"

ແລະ ພວກເຂົາໄດ້ສົ່ງເພິ່ນໄປພ້ອມກັບເມຍຂອງລາວ ແລະ ທຸກສິ່ງຂອງທີ່ລາວມີຢູ່

"ແລະ ພວກຂ້າຣາຊະການໄດ້ສົ່ງເພິ່ນໄປພ້ອມກັບເມຍຂອງລາວ ແລະ ທຸກສິ່ງທີ່ເປັນຂອງລາວ"