lo_tn/gen/11/05.md

4.7 KiB

ພົງພັນຂອງອາດາມ

"ຜູ້ຄົນ"

ໄດ້ສະເດັດລົງມາ

ຂໍ້ມູນກ່ຽວກັບບ່ອນທີ່ພະອົງລົງມາຈາກ ສາມາດເຮັດໃຫ້ມີຄວາມຊັດເຈນ: "ລົງມາຈາກສະຫວັນ." ໃນນີ້ບໍ່ໄດ້ບອກວິທີທີ່ພຣະອົງສະເດັດລົງມາ. ໃຊ້ຄຳສັບທົ່ວໄປທີ່ມີຄວາມຫມາຍວ່າ "ໄດ້ລົງມາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເພື່ອເບິ່ງ

"ເພື່ອສັງເກດ" ຫລື "ເພື່ອເບິ່ງຢ່າງໃກ້ຊິດຫລາຍຂຶ້ນ"

ພວກເຂົາເປັນປະຊາຊົນຫນຶ່ງດຽວ, ມີພາສາດຽວ

ປະຊາຊົນທຸກຄົນແມ່ນກຸ່ມໃຫຍ່ ແລະ ພວກເຂົາເວົ້າພາສາດຽວກັນ.

ພວກເຂົາກຳລັງເລີ່ມຕົ້ນເຮັດສິ່ງນີ້

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພວກເຂົາໄດ້ເລີ່ມຕົ້ນເຮັດສິ່ງນີ້ "ຫມາຍຄວາມວ່າພວກເຂົາໄດ້ເລີ່ມກໍ່ສ້າງຫໍ ແຕ່ມັນຍັງບໍ່ສຳເລັດເທື່ອ, ຫລື 2) "ນີ້ແມ່ນພຽງແຕ່ສິ່ງທຳອິດທີ່ພວກເຂົາໄດ້ເຮັດ," ຫມາຍຄວາມວ່າໃນອະນາຄົດພວກເຂົາຈະເຮັດສິ່ງທີ່ຍິ່ງໃຫຍ່ກວ່າເກົ່າ.

ຈະບໍ່ມີອັນໃດທີ່ເປັນໄປບໍ່ໄດ້ສຳລັບພວກເຂົາ

ສາມາດຖືກຂຽນໄວ້ໃນຮູບແບບທາງບວກ. ອາດແປໄດ້ອີກວ່າ: "ທຸກສິ່ງທີ່ພວກເຂົາຕັ້ງໃຈຈະເຮັດ ແມ່ນເປັນໄປໄດ້ສຳ ລັບພວກເຂົາ" (ເບິ່ງ: rc://*/ta/man/translate/figs-doublenegatives)

ມາເຖີດ

ຖ້າພາສາຂອງທ່ານມີວິທີການກະຕຸ້ນ ຫລື ສັ່ງໃຫ້ຄົນເລີ່ມເຮັດວຽກ, ຄືກັບພາສາອັງກິດທີ່ວ່າ "ມາເຖີດ!" ທ່ານອາດຈະໃຊ້ມັນຢູ່ນີ້ໄດ້. ເບິ່ງເພີ່ມເຕີມວິທີການແປຄຳນີ້ໃນ 11: 3.

ໃຫ້ພວກເຮົາລົງໄປ

ຄຳວ່າ "ພວກເຮົາ" ແມ່ນຄຳແທນນາມຈຳນວນຫລາຍ ເຖິງແມ່ນວ່າມັນຈະເວົ້າເຖິງພຣະເຈົ້າກໍຕາມ. ບາງຄົນແປມັນວ່າ "ໃຫ້ຂ້ອຍລົງໄປ" ຫລື "ຂ້ອຍຈະລົງ". ຖ້າໃຊ້ແບບນີ້ກໍ່ໄດ້, ໃຫ້ພິຈາລະນາເພີ່ມຫມາຍເຫດ ເພື່ອໃຫ້ການອອກສຽງ ຖືກອອກສຽງຈຳນວນຫລາຍ. ເບິ່ງຫມາຍເຫດກ່ຽວກັບ "ໃຫ້ພວກເຮົາເຮັດ" ໃນຂໍ້ 1:26. (ເບິ່ງພີ່ມເຕີມ: rc://*/ta/man/translate/figs-pronouns)

ເຮັດໃຫ້ພາສາຂອງພວກເຂົາວຸ້ນວາຍທີ່ນັ້ນ

ນີ້ຫມາຍຄວາມວ່າພຣະຢາເວ ຈະເຮັດໃຫ້ປະຊາຊົນໃນທົ່ວໂລກເຊົາເວົ້າພາສາດຽວກັນ. ອາດແປໄດ້ອີກວ່າ: "ເຮັດໃຫ້ພາສາຂອງພວກເຂົາສັບສົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເພື່ອທີ່ວ່າພວກເຂົາຈະເວົ້າບໍ່ເຂົ້າໃຈຊຶ່ງກັນ ແລະ ກັນ

ນີ້ແມ່ນຈຸດປະສົງຂອງການເຮັດໃຫ້ເກີດຄວາມສັບສົນໃນພາສາຂອງພວກເຂົາ. ອາດແປໄດ້ອີກວ່າ: "ເພື່ອວ່າພວກເຂົາຈະບໍ່ສາມາດເຂົ້າໃຈສິ່ງທີ່ພວກເຮົາເວົ້າກັນໄດ້ອີກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)