lo_tn/gen/09/14.md

2.7 KiB

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບໂນອາ ແລະ ລູກຊາຍຂອງລາວ.

ຈະເປັນຢ່າງນັ້ນເມື່ອ

"ເມື່ອໃດກໍຕາມ" ມັນຈະມີບາງຢ່າງເກີດຂື້ນຫລາຍໆຄັ້ງ.

ເຫັນຮຸ້ງກິນນໍ້າ

ມັນຍັງບໍ່ເປັນທີ່ຈະແຈ້ງວ່າໃຜຈະເຫັນຮຸ້ງ, ແຕ່ເນື່ອງຈາກວ່າພັນທະສັນຍາ ແມ່ນລະຫວ່າງພຣະຢາເວ ແລະ ມະນຸດ, ຖ້າທ່ານຕ້ອງການເວົ້າວ່າແມ່ນໃຜເປັນຜູ້ທີ່ຈະເຫັນສາຍຮຸ້ງ, ມັນຈະເປັນການດີທີ່ສຸດທີ່ຈະຕັ້ງຊື່ໃຫ້ທັງພຣະຢາເວ ແລະ ມະນຸດ. ສິ່ງນີ້ສາມາດແປເປັນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ "ເມື່ອມະນຸດ ແລະ ເຮົາເຫັນສາຍຮຸ້ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຮຸ້ງ

ເສັ້ນດ່າງທີ່ມີສີສັນທີ່ປາກົດໃນລະດູຝົນເມື່ອແສງແດດສ່ອງຈາກທາງຫລັງຂອງຜູ້ແນມເຫັນ.

ເຮົາກໍຈະນຶກເຖິງພັນທະສັນຍາຂອງເຮົາ

ນີ້ບໍ່ໄດ້ຫມາຍເຖີງວ່າພຣະເຈົ້າຈະລືມ. ອາດແປໄດ້ອີກວ່າ: ເຮົາກໍຈະຄິດເຖິງພັນທະສັນຍາຂອງເຮົາ"

ເຮົາ ແລະ ເຈົ້າ

ຄຳວ່າ "ເຈົ້າ" ແມ່ນຄຳແທນນາມຈຳນວນຫລາຍ. ພຣະເຈົ້າກຳລັງເວົ້າກັບໂນອາ ແລະ ລູກຊາຍຂອງລາວ.

ທຸກສິ່ງທີ່ມີຊີວິດແຫ່ງເນື້ອຫນັງ

"ທຸກສິ່ງທີ່ມີຊີວິດ"

ເນື້ອຫນັງທັງຫມົດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ມະນຸດທັງຫມົດ ຫລື 2) ທຸກຮ່າງກາຍ, ລວມທັງມະນຸດ ແລະ ສັດ. ເບິ່ງເພີມເຕີມວິທີການແປຂໍ້ນີ້ໃນ 6:11. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)