lo_tn/gen/09/11.md

1.8 KiB

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບໂນອາ ແລະ ລູກຊາຍຂອງລາວ.

ເຮົາຢືນຢັນພັນທະສັນຍາຂອງເຮົາທີ່ມີກັບເຈົ້າ

"ໂດຍການກ່າວເຊັ່ນນີ້, ເຮົາເຮັດພັນທະສັນຍາກັບເຈົ້າ." ເບິ່ງເພີ່ມເຕີມການແປທີ່ມີຄຳນີ້ຄ້າຍຄືໃນຂໍ້ 6:18.

ເນື້ອຫນັງທັງຫມົດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ມະນຸດທັງຫມົດ ຫລື 2) ທຸກຮ່າງກາຍ, ລວມທັງມະນຸດ ແລະ ສັດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ

"ຈະບໍ່ມີນໍ້າຖ້ວມ ທີ່ທຳລາຍແຜ່ນດິນໂລກອີກຕໍ່ໄປ." ມັນອາດຈະມີນໍ້າຖ້ວມ, ແຕ່ມັນຈະບໍ່ທຳລາຍແຜ່ນດິນໂລກທັງຫມົດ.

ເຄື່ອງຫມາຍແຫ່ງພັນທະສັນຍາ

ນີ້ຫມາຍເຖີງສິ່ງເຕືອນໃຈສຳລັບບາງຢ່າງທີ່ໄດ້ໃຫ້ສັນຍາໄວ້ແລ້ວ.

ພັນທະສັນຍາ ... ສຳລັບຄົນທຸກຊົ່ວອາຍຸ

ພັນທະສັນຍາດັ່ງກ່າວນຳໃຊ້ກັບໂນອາ ແລະ ຄອບຄົວຂອງລາວ ແລະ ກັບທຸກລຸ້ນຄົນໃນຍຸກຕໍ່ມາ.