lo_tn/gen/09/05.md

4.7 KiB

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບໂນອາ ແລະ ລູກຊາຍຂອງລາວ.

ແຕ່ສຳລັບເລືອດຂອງເຈົ້າ

ນີ້ມີຄວາມຫມາຍຕ່າງກັນຈາກເລືອດຂອງມະນຸດກັບເລືອດຂອງສັດ (9:1).

ສຳລັບເລືອດຂອງເຈົ້າ, ຊີວິດທີ່ຢູ່ໃນເລືອດຂອງເຈົ້າ

ມັນຫມາຍຄວາມວ່າເລືອດໄຫຼອອກ, ຫລື ຖອກ, ຫລື ສີດອອກ. ອາດແປໄດ້ອີກ: "ຖ້າຜູ້ໃດເຮັດໃຫ້ເລືອດຂອງທ່ານລັ່ງອອກ" ຫຼື "ຖ້າໃຜເຮັດໃຫ້ເລືອດຂອງທ່ານໄຫຼອອກ" ຫລື "ຖ້າມີຄົນຂ້າທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-metaphor]])

ຊີວິດ

ນີ້ຫມາຍເຖີງຮ່າງກາຍທີ່ມີຊີວິດ

ເຮົາຈະເອີ້ນຄ່າຕອບແທນ

ການຈ່າຍຄືນນີ້ຫມາຍເຖິງການລົງໂທດເຖີງຕາຍແກ່ຜູ້ຂ້າ, ບໍ່ແມ່ນເງິນ. ອາດແປໄດ້ອີກວ່າ: "ເຮົາຈະຮຽກຮ້ອງໃຫ້ຜູ້ໃດທີ່ຂ້າເຈົ້າຈ່າຍຊີວິດຄືນໃຫ້ເຈົ້າ"

ຈາກມື

ໃນນີ້ຄຳວ່າ "ມື" ຫມາຍເຖິງຜູ້ທີ່ຮັບຜິດຊອບຕໍ່ເຫດການທີ່ເກີດຂື້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ພີ່ນ້ອງ

ໃນນີ້ຄຳວ່າ “ພີ່ນ້ອງ” ຖືກໃຊ້ເປັນຕົວອ້າງອີງທົ່ວໄປກ່ຽວກັບອ້າຍນ້ອງ, ເຊັ່ນດຽວກັນກັບຄຳວ່າສະມາຊິກ ຂອງເຜົ່າດຽວກັນ, ຕະກູນ, ຫລືກຸ່ມຄົນດຽວກັນ.

ໃຜກໍຕາມທີ່ເຮັດໃຫ້ມະນຸດເລືອດໄຫລ, ເລືອດຂອງເຂົາກໍຈະໄຫລດ້ວຍມະນຸດດ້ວຍ

ການເຮັດໃຫ້ເລືອດອອກແມ່ນການປຽບທຽບສຳລັບການຂ້າຄົນ. ນີ້ຫມາຍຄວາມວ່າຖ້າຄົນຜູ້ຫນຶ່ງຄາດຕະກຳຜູ້ອື່ນ, ຜູ້ນັ້ນຈະກາຍເປັນຂ້າຄາດຕະກອນ. ເຖິງຢ່າງໃດກໍ່ຕາມ, "ເລືອດ" ມີຄວາມສຳຄັນຫລາຍໃນຂໍ້ນີ້ ແລະ ຄວນຈະຖືກນຳໃຊ້ເຂົ້າໃນການແປຖ້າເປັນໄປໄດ້. ແປຄຳວ່າ “ເລືອດ” ທີ່ມີຄຳທີ່ສະແດງເຖິງການສູນເສຍເລືອດ ທີ່ເຮັດໃຫ້ເສຍຊີວິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະວ່າມັນຢູ່ໃນພຣະລັກສະນະຂອງພຣະເຈົ້າທີ່ພຣະອົງໄດ້ຊົງສ້າງມະນຸດ

"ເພາະວ່າພຣະເຈົ້າໄດ້ສ້າງມະນຸດຕາມ ພຣະລັກສະນະຂອງພຣະອົງ" ຫລື "ເພາະວ່າພຣະເຈົ້າໄດ້ຊົງສ້າງມະນຸດໃຫ້ຄືກັນກັບພຣະອົງ"

ຈົ່ງແຜ່ພັນ ແລະ ເພີ່ມຈຳນວນຂຶ້ນ

ນີ້ແມ່ນພຣະພອນຂອງພຣະເຈົ້າ. ພຣະອົງຊົງກ່າວອວຍພອນແກ່ໂນອາ ແລະ ຄອບຄົວຂອງລາວໃຫ້ສ້າງມະນຸດຫລາຍຂຶ້ນ ຄືກັບຕົວລາວເອງ, ເພື່ອວ່າພວກເຂົາຈະມີຈຳນວນເພີ່ມຫລາຍຂື້ນ. ຄຳວ່າ “ທະວີຄູນ” ອະທິບາຍເຖິງວິທີທີ່ພວກມັນຈະ “ ແຜ່ຂະຫຍາຍ”. ເບິ່ງເພີ່ມເຕີມວິທີທີ່ທ່ານໄດ້ແປຂໍ້ນີ້ໃນ 1:28. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-doublet]] ແລະ [[rc:///ta/man/translate/figs-idiom]])