lo_tn/gen/09/01.md

4.3 KiB

ຈົ່ງມີລູກຫລານໃຫ້ຫມາກຫລາຍ, ທະວີຂຶ້ນທົ່ວເທິງແຜ່ນດິນໂລກ

ນີ້ແມ່ນພຣະພອນຂອງພຣະເຈົ້າ. ພຣະອົງໄດ້ບອກໂນອາ ແລະ ຄອບຄົວຂອງລາວໃຫ້ສ້າງມະນຸດຫລາຍຂຶ້ນ ເຊັ່ນດຽວກັນກັບຕົວເອງ, ເພື່ອວ່າມັນຈະມີຫລາຍຄົນໃນພວກເຂົາ. ຄຳວ່າ “ທະວີຄູນ” ອະທິບາຍເຖິງວິທີທີ່ພວກມັນຈະ “ເກີດຜົນ”. ເບິ່ງເພີ່ມເຕີມວິທີທີ່ທ່ານແປຄຳສັ່ງເຫລົ່ານີ້ໃນ ຂໍ້1:28. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-doublet]] ແລະ [[rc:///ta/man/translate/figs-idiom]])

ຄວາມຢ້ານກົວເຈົ້າ, ແລະ ຄວາມເກງກົວແກ່ເຈົ້າຈະມີເຫນືອສັດທຸກຕົວທີ່ມີຊີວິດເທິງພື້ນແຜ່ນດິນ, ເຫນືອນົກທຸກໂຕຂອງທ້ອງຟ້າ, ເຫນືອທຸກສິ່ງທີ່ເລືອຍຄານເທິງພື້ນດິນ, ແລະ ເຫນືອປາທຸກຊະນິດແຫ່ງທ້ອງທະເລ

ນັກຂຽນເວົ້າເຖິງຄວາມຢໍາເກງ ແລະ ຢ້ານກົວຄືກັບວ່າພວກມັນເປັນວັດຖຸທີ່ມີຕົວຕົນ ທີ່ສາມາດຢູ່ເທິງສັດໄດ້. ອາດແປໄດ້ອີກວ່າ: "ສັດທີ່ມີຊີວິດທັງຫລາຍ... ແລະ ປາທັງຫມົດໃນທະເລຈະຢ້ານກົວເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄວາມຢ້ານກົວເຈົ້າ, ແລະ ຄວາມເກງກົວແກ່ເຈົ້າ

ຄຳວ່າ "ຢຳເກງ" ແລະ "ຢ້ານກົວ" ຫມາຍເຖິງພື້ນຖານສິ່ງດຽວກັນ ແລະ ເນັ້ນຫນັກວ່າສັດຈະຢ້ານກົວມະນຸດແນວໃດ. ອາດຈະແປໄດ້ອີກວ່າ: "ຄວາມຢ້ານກົວຕໍ່ທ່ານ" ຫລື "ຄວາມຢ້ານກົວຕໍ່ຫນ້າທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ສັດທຸກຕົວທີ່ມີຊີວິດເທິງພື້ນແຜ່ນດິນ

ນີ້ແມ່ນສັດທຳອິດໃນ 4 ປະເພດສັດທີ່ນັກຂຽນ ແລະ ບໍ່ແມ່ນການສະຫລຸບທັງຫມົດຂອງຈຳນວນສັດ ທີ່ພຣະອົງໄດ້ກ່າວເຖິງຕໍ່ໄປ.

ນົກ

ນີ້ຫມາຍເຖີງສັດທົ່ວໄປທີ່ສາມາດບິນໄດ້. ເບິ່ງເພີ່ມເຕີມທ່ານໄດ້ແປຂໍ້ນີ້ໃນ1:20.

ເຫນືອສັດທຸກຕົວທີ່ມີຊີວິດເທິງພື້ນແຜ່ນດິນ

ນີ້ຫມາຍເຖີງສັດຂະນາດນ້ອຍທຸກປະເພດ. ເບິ່ງເພີ່ມເຕີມທ່ານໄດ້ແປຂໍ້ນີ້ໃນ1:24.

ພວກມັນທັງຫມົດໄດ້ຖືກມອບໄວ້ໃນມືເຈົ້າ

ມືແມ່ນອະໄວຍະວະໃຊ້ສຳລັບການຄວບຄຸມທີ່ມືມີ. ປະໂຫຍກນີ້ສາມາດເປັນຄຳກິລິຍາ. ອາດແປໄດ້ອີກ: "ພວກມັນຖືກມອບໃຫ້ຢູ່ໃນການຄວບຄຸມຂອງທ່ານ" ຫລື "ເຮົາໄດ້ໃຫ້ພວກມັນຢູ່ພາຍໃຕ້ການຄວບຄຸມຂອງເຈົ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])