lo_tn/gen/08/20.md

4.8 KiB

ໄດ້ສ້າງແທ່ນບູຊາແກ່ພຣະຢາເວ

"ສ້າງແທ່ນບູຊາແກ່ພຣະຢາເວ" ຫລື "ສ້າງແທ່ນບູຊາເພື່ອນະມັດສະການພຣະຢາເວ." ລາວອາດຈະສ້າງມັນດ້ວຍຫີນ.

ລາວໄດ້ເອົາສັດ......ນົກບາງໂຕທີ່ບໍ່ເປັນມົນທິນ

ໃນທີ່ນີ້ຄຳວ່າ “ບໍ່ເປັນມົນທິນ” ຫມາຍເຖີງສິ່ງທີ່ພຣະເຈົ້າອະນຸຍາດໃຫ້ສັດເຫລົ່ານີ້ໃຊ້ໃນການຖວາຍໄດ້. ສັດບາງຊະນິດບໍ່ອະນຸຍາດໃຫ້ໃຊ້ເພື່ອການຖວາຍ ແລະ ຖືກເອີ້ນວ່າ "ເປັນມົນທິນ".

ເຜົາບູຊາເທິງແທ່ນບູຊາ

ໂນອາໄດ້ຂ້າສັດ ແລະ ຈາກນັ້ນກໍ່ເຜົາພວກເຂົາທັງຫມົດ ເປັນເຄື່ອງຖວາຍບູຊາແກ່ພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ເຜົາສັດເປັນເຄື່ອງຖວາຍແກ່ພຣະຢາເວ"

ກິ່ນທີ່ພໍໃຈ

ນີ້ຫມາຍເຖີງກິ່ນຫອມຂອງຊີ້ນທີ່ຖືກເຜົາ

ກໍຊົງກ່າວວ່າ

ໃນນີ້ຄຳວ່າ "ໃຈ" ຫມາຍເຖີງຄວາມຄິດ ແລະ ຄວາມຮູ້ສຶກຂອງພຣະເຈົ້າ.

ສາບແຊ່ງແຜ່ນດິນ

"ເຮັດໃຫ້ເກີດໄພພິບັດຢ່າງຮ້າຍແຮງຕໍ່ແຜ່ນດິນໂລກ"

ເຖິງແມ່ນວ່າມະນຸດ

ນີ້ສາມາດເຮັດໃຫ້ຊັດເຈນໄດ້ຕື່ມອີກ: "ເພາະເຖິງແມ່ນວ່າມະນຸດຈະມີຄວາມບາບກໍຕາມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຈິດໃຈໃຝ່ຫາໄປໃນທາງທີ່ຊົ່ວຮ້າຍ, ມາຕັ້ງແຕ່ຍັງນ້ອຍ

"ຕັ້ງແຕ່ປີທຳອິດພວກເຂົາເກີດມາ ມັກທີ່ຈະເຮັດສິ່ງຊົ່ວຮ້າຍ" ຫລື "ຕອນພວກເຂົາຍັງຫມຸ່ມ, ພວກເຂົາຢາກເຮັດສິ່ງຊົ່ວຮ້າຍ"

ຈິດໃຈໃຝ່ຫາ

ໃນນີ້ຄຳວ່າ "ຈິດໃຈ" ຫມາຍເຖິງຄວາມຄິດ, ອາລົມ, ຄວາມປາຖະຫນາ, ແລະຄວາມຕ້ອງການຂອງຄົນເຮົາ. ອາດແປໄດ້ອີກວ່າ: "ແນວໂນ້ມຂອງພວກເຂົາ" ຫລື "ນິໄສຂອງພວກເຂົາ"

ຕັ້ງແຕ່ຍັງນ້ອຍ

ນີ້ຫມາຍເຖີງອາຍຸໃນຊ່ວງໄວເດັກ. ອາດແປໄດ້ອີກວ່າ: "ຈາກໄວຫນຸ່ມຂອງພວກເຂົາ"

ຕາບໃດທີ່ພື້ນແຜ່ນດິນຍັງຄົງດຳລົງຢູ່

"ຕາບໃດທີ່ພື້ນແຜ່ນດິນຍັງຄົງຕັ້ງຢູ່" ຫລື "ຕາບໃດທີ່ແຜ່ນດິນໂລກຍັງຄົງມີຢູ່"

ລະດູຫວ່ານ

"ລະດູແຫ່ງການປູກ"

ຈະມີຫນາວມີຮ້ອນຮ່ວມກັນຢູ່ສະເຫມີ ລະດູຮ້ອນ, ແລະ ລະດູຫນາວ

ສຳນວນເຫລົ່ານີ້ ເວົ້າເຖິງສອງສະພາບອາກາດທີ່ສຳຄັນໃນຫນຶ່ງປີ. ຜູ້ແປອາດຈະໃຊ້ສຳນວນທ້ອງຖິ່ນກໍໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)

ລະດູຮ້ອນ

ເປັນຊ່ວງທີ່ມີອາກາດຮ້ອນ, ແຫ້ງແລ້ງ ຂອງປີນັ້ນໆ

ລະດູຫນາວ

ເປັນຊ່ວງທີ່ມີອາກາດຫນາວເຢັນ, ປຽກຊຸ່ມ ຂອງປີນັ້ນໆ

ຈະຍັງຄົງມີເລື້ອຍໄປ

"ຈະບໍ່ຢຸດຢູ່" ຫລື "ຈະບໍ່ຢຸດຢັ້ງທີ່ຈະເກີດຂື້ນ." ສິ່ງນີ້ສາມາດສະແດງອອກໃນແງ່ບວກ. ອາດແປໄດ້ອີກວ່າ: "ຈະສືບຕໍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublenegatives)