lo_tn/gen/08/06.md

2.0 KiB

ໄດ້ເກີດຂຶ້ນຫລັງຈາກ

ວະລີນີ້ຖືກນຳໃຊ້ຢູ່ນີ້ ເພື່ອເປັນຫມາຍຈຸດເລີ່ມຕົ້ນຂອງພາກໃຫມ່ຂອງບົດເລື່ອງ. ຖ້າພາສາຂອງທ່ານມີຄຳທີໃຊ້ແທນໄດ້, ທ່ານກຳສາມາດພິຈາລະນານຳໃຊ້ທີ່ນີ້. ອາດແປໄດ້ອີກວ່າ: "ມັນໄດ້ເກີດຂື້ນຄື"

ເລື່ອງນີ້ໄດ້ເກີດຂຶ້ນຫລັງຈາກ........ໄດ້ໄຂປ່ອງຢ້ຽມຂອງເຮືອຊຶ່ງເຂົາໄດ້ເຮັດໄວ້

ວະລີທີ່ "ລາວໄດ້ສ້າງຂື້ນ" ບອກກ່ຽວກັບປ່ອງຢ້ຽມ. ບາງພາສາອາດຈະຕ້ອງເຮັດໃຫ້ປະໂຫຍກນີ້ ເປັນປະໂຫຍກແຍກຕ່າງຫາກ: "ໂນອາໄດ້ສ້າງປ່ອງຢ້ຽມຢູ່ໃນເຮືອ. ມັນໄດ້ເກີດຂື້ນຫລັງຈາກສີ່ສິບວັນທີ່ລາວເປີດປ່ອງຢ້ຽມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-distinguish)

ປ່ອຍກາ

ນົກສີດຳ ທີ່ກິນເນື້ອຂອງສັດທີ່ຕາຍແລ້ວ

ມັນໄດ້ບິນກັບໄປກັບມາ

ນີ້ຫມາຍເຖີງກາໂຕນັ້ນໄດ້ປິນອອກໄປ ແລະ ກັບມາທີ່ເຮືອ

ຈົນນໍ້າໄດ້ແຫ້ງລົງຈາກແຜ່ນດິນ

ນີ້ສາມາດຂຽນເປັນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ຈົນລົມໄດ້ພັດໃຫ້ນໍ້າແຫ້ງລົງ" ຫລື "ຈົນນໍ້າໄດ້ແຫ້ງລົງ"