lo_tn/gen/08/01.md

2.5 KiB

ບໍ່ໄດ້ລືມ

"ຈື່" ຫລື "ຫວນຄິດຫາ"

ເຮືອ

ນີ້ຫມາຍເຖິງກ່ອງໃຫຍ່ທີ່ສາມາດລອຍຢູ່ເທິງຫນ້ານໍ້າໄດ້ເຖິງແມ່ນວ່າຈະມີລົມພາຍຸຮ້າຍແຮງກໍ່ຕາມ. "ເຮືອໃຫຍ່" ຫລື "ເຮືອກຳປັ່ນ" ຫລື "ເຮືອບັນທຸກ" ເບິ່ງເພີ່ມເຕີມການແປຂໍ້ນີ້ໃນ 6:13.

ນ້ຳ​ພຸນໍ້າໃຕ້ພື້ນດິນ​ເລິກ ແລະ ປ່ອງນໍ້າທັງຫລາຍຂອງທ້ອງຟ້າກໍຖືກອັດຫມົດ

"ນໍ້າຢຸດໄຫລອອກຈາກພື້ນດິນ ແລະ ຝົນກໍ່ຢຸດເຊົາ." ປະໂຫຍກນີ້ສາມາດເວົ້າໃນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ພຣະເຈົ້າປິດນໍ້າພຸແຫ່ງຄວາມເລິກ ແລະ ປ່ອງຢ້ຽມຂອງຟ້າສະຫວັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ນ້ຳ​ພຸນໍ້າໃຕ້ພື້ນດິນ​ເລິກ

"ນໍ້າຈາກໃຕ້ພື້ນດິນຂອງແຜ່ນດິນໂລກ." ເບິ່ງເພີ່ມເຕີມທີ່ທ່ານໄດ້ແປຂໍ້ນີ້ໃນ 7:11.

ປ່ອງນໍ້າທັງຫລາຍຂອງທ້ອງຟ້າກໍຖືກອັດຫມົດ

ນີ້ຫມາຍເຖິງຝົນເຊົາຕົກ. ເຊິ່ງພັນລະນາເຖິງທ້ອງຟ້າເປັນເຫມືອນເພດານທີ່ເຮັດໃຫ້ນໍ້າຢູ່ເຫນືອຈາກການຕົກລົງມາສູ່ໂລກ. ເມື່ອປ່ອງຢ້ຽມ, ຫລື ປະຕູ, ໃນທ້ອງຟ້າໄດ້ຖືກປິດແລ້ວ, ນໍ້າກໍ່ເຊົາໄຫລຜ່ານພວກມັນ. ອາດແປໄດ້ອີກວ່າ: "ທ້ອງຟ້າປິດ" ຫລື "ປະຕູໃນທ້ອງຟ້າປິດ." ເບິ່ງເພີ່ມເຕີມວິທີທີ່ທ່ານໄດ້ແປ "ປ່ອງຢ້ຽມແຫ່ງຟ້າສະຫວັນ" ໄດ້ໃນຂໍ້ 7:11.