lo_tn/gen/07/23.md

1.8 KiB

ດັ່ງນັ້ນທຸກສິ່ງທີ່ມີຊີວິດຢູ່........ຖືກກວາດລ້າງອອກໄປ

ຖ້າຈຳເປັນ, ປະໂຫຍກນີ້ສາມາດກ່າວໄດ້ໃນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ດັ່ງນັ້ນທຸກໆສິ່ງມີຊີວິດ ... ໄດ້ຕາຍ " ຫລື "ດັ່ງນັ້ນນໍ້າຖ້ວມກໍ່ໄດ້ທຳລາຍທຸກສິ່ງທີ່ມີຊີວິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໄດ້ຖືກທຳລາຍ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ພຣະເຈົ້າໄດ້ທຳລາຍພວກມັນທັງຫມົດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຈາກແຜ່ນດິນ

"ເພື່ອບໍ່ໃຫ້ພວກມັນມີຊີວິດຢູ່ເທີງຫນ້າໂລກອີກຕໍ່ໄປ"

ທີ່ຢູ່ກັບເຂົາ

"ແລະທັງຄົນ ແລະ ສັດທັງຫລາຍທີ່ຢູ່ກັບລາວ (ໂນອາ)"

ເຫລືອພຽງ

"ຍັງເຫລືອ" ຫລື "ຍັງມີຊີວິດຢູ່"ຫລື "ຍັງຄົງມີຊີວິດລອດ"

ນໍ້າໄດ້ປົກຄຸມຫນ້າໂລກ

"ນໍ້າເລິກປົກຄຸມທົ່ວແຜ່ນດິນໂລກ" ຫລື "ນໍ້າຍັງຄົງຖ້ວມຢູ່ເທິງແຜ່ນດິນໂລກ"