lo_tn/gen/07/13.md

2.2 KiB

ຂໍ້ມູນທົ່ວໄປ:

ໃນຂໍ້ 13 -18 ເວົ້າຊໍ້າອີກເປັນຄັ້ງທີສາມ ແລະ ໃຫ້ລາຍລະອຽດເພີ່ມເຕີມກ່ຽວກັບວິທີ ທີ່ໂນອາໄດ້ເຂົ້າໄປໃນເຮືອກັບຄອບຄົວແລະ ສັດຂອງລາວໃນ ໃນຂໍ້ 7:1. ນີ້ບໍ່ແມ່ນເຫດການໃຫມ່.

ໃນວັນດຽວກັນນັ້ນ

"ໃນວັນດຽວກັນນັ້ນ." ນີ້ຫມາຍເຖິງມື້ສະເພາະໃນເວລາຝົນເລີ່ມຕົ້ນ. ໃນຂໍ້ 13-16 ເນັ້ນຫນັກເຖິງວິທີ ທີ່ໂນອາໄດ້ເຮັດຢ່າງໄວວາກ່ອນຝົນຕົກ.

ສັດປ່າ......ສັດລ້ຽງ.....ສັດເລືອຄານ.....ນົກ

ສີ່ກຸ່ມນີ້ໄດ້ຖືກຈັດເຂົ້າໄວ້ເພື່ອສະແດງໃຫ້ເຫັນວ່າ ທຸກໆສັດທຸກຊະນິດຖືກລວມເຂົ້າຢູ່ເຮືອ. ຖ້າພາສາຂອງທ່ານມີວິທີອື່ນໃນການຈັດຫມວດຫມູ່ກຸ່ມສັດທັງຫມົດໄດ້ບໍ, ຖ້າມີທ່ານສາມາດໃຊ້, ຫລື ທ່ານສາມາດໃຊ້ແບ່ງກຸ່ມຕາມນີ້. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 1:24.

ບັນດາສິ່ງທີ່ເລືອຍຄານເທິງພື້ນດິນ

ນີ້ຫມາຍເຖິງສັດທີ່ເລືອຕາມພື້ນດິນ, ເຊັ່ນ ຫນູ, ແມງໄມ້, ແລນ, ແລະ ງູ.

ຕາມຊະນິດຂອງມັນ

"ເພື່ອໃຫ້ສັດແຕ່ລະຊະນິດຈະມີແຜ່ພັນຫລາຍຕາມຊະນິດຂອງມັນ." ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 1:24.