lo_tn/gen/07/11.md

3.0 KiB

ຂໍ້ມູນທົ່ວໄປ:

ໃນຂໍ້ 6 -12 ເວົ້າຊໍ້າອີກເປັນຄັ້ງທີສອງ ແລະ ໃຫ້ລາຍລະອຽດເພີ່ມເຕີມກ່ຽວກັບວິທີ ທີ່ໂນອາໄດ້ເຂົ້າໄປໃນເຮືອກັບຄອບຄົວແລະ ສັດຂອງລາວໃນ ໃນຂໍ້ 7:1. ນີ້ບໍ່ແມ່ນເຫດການໃຫມ່.

ໂນອາອາຍຸໄດ້ 600 ປີ

"ເມື່ອໂນອາອາຍຸໄດ້ 600 ປີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-ordinal)

ໃນເດືອນທີສອງ, ໃນວັນທີສິບເຈັດຂອງເດືອນ

ເນື່ອງຈາກໂມເຊຂຽນປື້ມຫົວນີ້, ອາດເປັນໄປໄດ້ທີ່ລາວກຳລັງອ້າງເຖິງເດືອນທີສອງຂອງປະຕິທິນຍິວ. ແຕ່ນີ້ກໍບໍ່ແນ່ນອນ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-hebrewmonths]] ແລະ [[rc:///ta/man/translate/translate-ordinal]])

ໃນວັນນັ້ນເອງ

ນີ້ຫມາຍເຖິງມື້ສະເພາະໃນເວລາຝົນເລີ່ມຕົ້ນ. ສຳນວນນີ້ເນັ້ນຫນັກເຖິງວິທີການທັງຫມົດຂອງເຫດການສຳຄັນເຫລົ່ານີ້ ເກີດຂຶ້ນຢ່າງໄວວາເມື່ອເວລາມາເຖິງ.

ນ້ຳພຸທັງຫລາຍຂອງບ່ອນເລິກຫລາຍໄດ້ພຸ່ງຂຶ້ນມາຢ່າງແຮງ

"ນໍ້າຈາກພື້ນດິນແຜ່ນດິນໂລກ ໄດ້ພຸ່ງຂຶ້ນສູ່ຫນ້າແຜ່ນດິນໂລກ"

ບ່ອນເລິກຫລາຍ

ນີ້ຫມາຍເຖິງທະເລທີ່ຄິດວ່າຢູ່ໃຕ້ໂລກ.

ປ່ອງຢ້ຽມທັງຫລາຍຂອງທ້ອງຟ້າກໍໄດ້ຖືກເປີດອອກ

ນີ້ຫມາຍເຖິງຝົນເຊົາຕົກ. ເຊິ່ງພັນລະນາເຖິງທ້ອງຟ້າເປັນເຫມືອນເພດານທີ່ເຮັດໃຫ້ນໍ້າຢູ່ເຫນືອຈາກການຕົກລົງມາສູ່ໂລກ. ເມື່ອປ່ອງຢ້ຽມ, ຫລື ປະຕູ, ໃນທ້ອງຟ້າໄດ້ຖືກເປີດແລ້ວ, ນໍ້າກໍ່ເຊົາໄຫລຜ່ານພວກມັນ. ອາດແປໄດ້ອີກວ່າ: "ທ້ອງຟ້າເປີດ" ຫລື "ປະຕູໃນທ້ອງຟ້າເປີດ."

ຝົນ

ຖ້າພາສາຂອງທ່ານມີຄຳເວົ້າເປັນເວລາຝົນຕົກຫລາຍ, ມັນຈະເຫມາະສົມທີ່ນີ້.