lo_tn/gen/07/08.md

2.4 KiB

ຂໍ້ມູນທົ່ວໄປ:

ໃນຂໍ້ 6 -12 ເວົ້າຊໍ້າອີກເປັນຄັ້ງທີສອງ ແລະ ໃຫ້ລາຍລະອຽດເພີ່ມເຕີມກ່ຽວກັບວິທີ ທີ່ໂນອາໄດ້ເຂົ້າໄປໃນເຮືອກັບຄອບຄົວແລະ ສັດຂອງລາວໃນ ໃນຂໍ້ 7:1. ນີ້ບໍ່ແມ່ນເຫດການໃຫມ່.

ສັດທີ່ບໍ່ເປັນມົນທິນ

ນີ້ແມ່ນສັດທີ່ພຣະເຈົ້າອະນຸຍາດໃຫ້ປະຊາຊົນຂອງພຣະອົງກິນ ແລະ ຖວາຍໃຫ້ແກ່ພຣະເຈົ້າ.

ສັດທີ່ເປັນມົນທິນ

ນີ້ແມ່ນສັດທີ່ພຣະເຈົ້າບໍ່ອະນຸຍາດໃຫ້ປະຊາຊົນຂອງພຣະອົງກິນ ແລະ ຖວາຍໃຫ້ແກ່ພຣະເຈົ້າ.

ເປັນຄູ່ໆ

ນີ້ແມ່ນສັດທີ່ເຂົ້າໄປໃນເຮືອເປັນຄູ່ໆໂຕຜູ້ ແລະ ໂຕແມ່.

ມັນໄດ້ເຖີງເວລາທີ່

ສຳນວນນີ້ຖືກນຳໃຊ້ຢູ່ນີ້ເພື່ອເປັນສັນຍາລັກເຖິງເຫດການ ສຳຄັນໃນເລື່ອງ: ການເລີ່ມຕົ້ນຂອງນໍ້າຖ້ວມ. ຖ້າພາສາຂອງທ່ານມີວິທີການໃນການເຮັດສິ່ງນີ້, ທ່ານສາມາດພິຈາລະນານຳໃຊ້ທີ່ນີ້.

ຫລັງຈາກເຈັດວັນຜ່ານໄປ

"ຫລັງຈາກເຈັດວັນຜ່ານໄປ" ຫລື "ເຈັດວັນຈາກນັ້ນ"

ນໍ້າກໍໄດ້ຖ້ວມພື້ນແຜ່ນດິນໂລກ

ຂໍ້ມູນທີ່ສົມບູນແບບ, "ມັນເລີ່ມຕົ້ນຝົນ" ສາມາດເຮັດໃຫ້ມີຄວາມຊັດເຈນ. ອາດແປໄດ້ອີກວ່າ: "ຝົນເລີ່ມຕົກ ແລະ ນໍ້າໄດ້ເລີ່ມຖ້ວມເທິງແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)