lo_tn/gen/06/11.md

3.2 KiB

ພື້ນແຜ່ນດິນໂລກ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຄົນທີ່ມີຊີວິດຢູ່ເທິງໂລກຫລື 2) "ແຜ່ນດິນໂລກ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຊື່ອມຊາມລົງ

ຄົນທີ່ເຮັດສິ່ງທີ່ຊົ່ວແມ່ນປຽບເຖິງວ່າ ພວກເຂົາເປັນອາຫານທີ່ເປື່ອຍເນົ່າ. ອາດແປໄດ້ອີກວ່າ: "ເປື່ອຍເນົ່າ" ຫລື "ແມ່ນຊົ່ວຮ້າຍ ຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃນສາຍຕາຂອງພຣະເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ໃນສາຍພຣະເນດຂອງພຣະເຈົ້າ" ຫລື 2) "ໃນທີ່ປະທັບຂອງພຣະຜູ້ເປັນເຈົ້າ" ຄືກັບໃນຂໍ້ 4:16.

ເຕັມໄປດ້ວຍຄວາມໂຫດຮ້າຍຮຸນແຮງລາມໄປທົ່ວ

ຜູ້ຂຽນເວົ້າກ່ຽວກັບຄວາມຮຸນແຮງ ຄືກັບວ່າມັນເປັນສິ່ງທີ່ສາມາດເອົາໄປໃສ່ໃນພາຊະນະ ແລະ ແຜ່ນດິນໂລກເປັນພາຊະນະບັນຈຸ. ອາດຈະແປໄດ້ອີກວ່າ: "ແລະ ມີຄົນໂຫດຮ້າຍຫຼາຍຢູ່ເທິງແຜ່ນດິນໂລກ" ຫລື "ເພາະວ່າມັນເຕັມໄປດ້ວຍຄົນທີ່ເຮັດສິ່ງທີ່ຊົ່ວຮ້າຍຕໍ່ກັນ ແລະ ກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຫັນວ່າ

ຄຳວ່າ "ເຫັນວ່າ" ໃນນີ້ເປັນຄຳເຕືອນພວກເຮົາໃຫ້ເອົາໃຈໃສ່ກັບສິ່ງທີ່ ຫນ້າປະຫລາດໃຈທີ່ຕິດຕາມມາ.

ມະນຸດທັງປວງ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ມະນຸດທັງຫມົດ ຫລື 2) ທຸກຮ່າງກາຍ, ລວມທັງມະນຸດ ແລະ ສັດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮັດແຕ່ຄວາມຊົ່ວຊ້າລົງເທິງທາງຂອງພວກເຂົາທັງຫລາຍ

ວິທີການທີ່ບຸກຄົນທີ່ມີພຶດຕິກຳ ຂອງການຖືກເວົ້າເຖິງຄືວ່າມັນເປັນທາງ ຫລື ເສັ້ນທາງ. ອາດຈະແປໄດ້ອີກວ່າ: "ໄດ້ຢຸດເຊົາການດຳລົງຊີວິດຕາມທີ່ພຣະເຈົ້າຕ້ອງການ" ຫລື "ໄດ້ປະພຶດໃນທາງທີ່ຊົ່ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)