lo_tn/gen/01/01.md

1.8 KiB

ໃນປະຖົມມະການ, ພຣະເຈົ້າຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ

"ນີ້ແມ່ນກ່ຽວກັບວິທີທີ່ພຣະເຈົ້າໄດ້ສ້າງສະຫວັນ ແລະແຜ່ນດິນໂລກໃນຕອນເລີ່ມຕົ້ນ." ບົດຄວາມນີ້ແມ່ນການສະຫລູບສ່ວນທີ່ເຫລືອທັງຫມົດຂອງພຣະຄຳ. ບາງພາສາແປວ່າ "ດົນນານມາແລ້ວພຣະເຈົ້າໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ." ຊຶ່ງເຮົາຕີຄວາມຫມາຍໄດ້ວ່າມັນໄດ້ເກີດຂື້ນແທ້ ແລະ ບໍ່ແມ່ນພຽງແຕ່ເລື່ອງເລົ່າຂອງຊາວບ້ານເທົ່ານັ້ນ.

ໃນປະຖົມມະການ

ນີ້ຫມາຍເຖີງຕອນເລີ່ມຕົ້ນຂອງໂລກ ແລະ ທຸກສິ່ງໃນໂລກ.

ຟ້າສະຫວັນ ແລະ ແຜ່ນດິນໂລກ

"ທ້ອງຟ້າ, ແຜ່ນດິນໂລກ, ແລະ ທຸກສິ່ງໃນໂລກ"

ຟ້າສະຫວັນ

ໃນບົດນີ້ແມ່ນຫມາຍເຖີງທ້ອງຟ້າ

ບໍ່ມີຮູບຮ່າງ ແລະ ຫວ່າງເປົ່າຢູ່

ພຣະເຈົ້າຍັງບໍ່ໄດ້ຈັດວາງໂລກໄວ້ໃຫ້ເປັນລະບຽບເທື່ອ.

ເລິກ

"ນໍ້າ" ຫລື "ນໍ້າເລິກ" ຫລື "ນໍ້າທີ່ກວ້າງໃຫຍ່"

ນໍ້າ

"ນໍ້າ" ຫລື "ຫນ້ານໍ້າ"