lo_tn/gal/03/23.md

3.9 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລເຕືອນຜູ້ທີ່ຢູ່ໃນຄາຣາເຕຍວ່າ ຜູ້ທີ່ເຊື່ອມີອິສະຫລະໃນຄອບຄົວຂອງພຣະເຈົ້າ, ບໍ່ແມ່ນທາດພາຍໃຕ້ກົດບັນຍັດ.

ພວກເຮົາໄດ້ຕົກຢູ່ໃນຂອບເຂດອຳນາດຂອງກົດບັນຍັດ, ຖືກຄວບຄຸມໄວ້

ນີ້ສາມາດລະບຸໄດ້ໃນຮູບແບບທີ່ໃຊ້ງານຢູ່. ແປໄດ້ອີກວ່າ: "ກົດບັນຍັດໄດ້ຈັບພວກເຮົາໄປເປັນທາດ ແລະ ພວກເຮົາໄດ້ຢູ່ໃນການຄອບຄຸມ" ຫລື "ກົດບັນຍັດໄດ້ກັກຕົວເຮົາໄວ້ໃນການຄອບຄຸມ" (ເບິ່ງ: rc://*/ta/man/translate/figs-activepassive)

ພວກເຮົາໄດ້ຕົກຢູ່ໃນຂອບເຂດອຳນາດຂອງກົດບັນຍັດ, ຖືກຄວບຄຸມໄວ້

ວິທີທີ່ກົດບັນຍັດຄວບຄຸມພວກເຮົາ ຖືກກ່າວເຖິງຄືກັບວ່າ ກົດບັນຍັດເປັນຜູ້ຄຸມໃນຄຸກທີ່ຖືເຮົາເປັນທາດ. ແປໄດ້ອີກວ່າ: "ກົດບັນຍັດຄວບຄຸມເຮົາຄືຜູ້ຄຸມໃນຄຸກ" (ເບິ່ງ: rc://*/ta/man/translate/figs-metaphor)

ຈົນກ່ວາຄວາມເຊື່ອຈະໄດ້ມາປາກົດ

ນີ້ສາມາດລະບຸໄດ້ໃນຮູບແບບທີ່ໃຊ້ງານຢູ່. ແລະ ຜູ້ທີ່ຢູ່ໃນຄວາມເຊື່ອນີ້ສາມາດລະບຸໄວ້ຢ່າງຊັດເຈນ.ແປໄດ້ອີກວ່າ: "ຈົນກ່ວາພຣະເຈົ້າຈະປາກົດວ່າລາວພຽງແຕ່ໃຫ້ຜູ້ທີ່ມີຄວາມເຊື່ອໃນພຣະຄຣິດ" ຫລື "ຈົນກ່ວາພຣະເຈົ້າຈະປາກົດວ່າພຣະອົງໄດ້ພິສູດຄົນທີ່ວາງໃຈໃນພຣະຄຣິດ" (ເບິ່ງ: [[rc:///ta/man/translate/figs-activepassive]] and [[rc:///ta/man/translate/figs-explicit]])

ຜູ້ປົກຄອງ

ຫລາຍກວ່າ "ຜູ້ທີ່ໃຫ້ການດູແລເດັກ," ນີ້ເປັນທາດທີ່ຮັບຜິດຊອບໃນການບັງຄັບໃຊ້ກົດ ແລະ ພຶດຕິກຳທີ່ຜູ້ປົກຄອງມອບໃຫ້ແລະຈະລາຍງານຕໍ່ຜູ້ປົກຄອງກ່ຽວກັບການກະທຳຂອງເດັກ.

ຈົນກວ່າພຣະຄຣິດຈະສະເດັດມາ

"ຈົນກວ່າຈະເຖິງເວລາທີ່ພຣະຄຣິດສະເດັດມາ"

ເພື່ອວ່າພວກເຮົາຈະເປັນຄົນຊອບທັມ

ກ່ອນທີ່ພຣະຄຣິດຈະສະເດັດມາ, ພຣະເຈົ້າໄດ້ວາງແຜນທີ່ຈະໃຫ້ຄວາມຊອບທັມແກ່ພວກເຮົາ.ໃນເວລາທີ່ພຣະຄຣິດມາ, ເພິ່ນດຳເນີນແຜ່ນການຂອງພຣະອົງເພື່ອໃຫ້ຄວາມຊອບທັມແກ່ພວກເຮົາ. ສາມາດລະບຸໄດ້ໃນຮູບແບບທີ່ໃຊ້ງານຢູ່. ແປໄດ້ອີກວ່າ: "ເພື່ອທີ່ພຣະເຈົ້າຈະປະກາດໃຫ້ເຮົາເປັນຄົນຊອບທັມ" (ເບິ່ງ: rc://*/ta/man/translate/figs-activepassive)