lo_tn/ezr/08/21.md

4.3 KiB

ຫ້ວຍອາຮາວາ

ນີ້ແມ່ນຊື່ຂອງຄອງທີ່ໄຫລໄປບ່ອນທີ່ເອີ້ນວ່າອາຮາວາ. ເບິ່ງວິທີທີ່ທ່ານແປອາຮາວາ ແລະ ຄອງໃນ 8:15. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເພື່ອສະເເຫວງຫາທາງຈາກພຣະອົງ, ເພື່ອເຮົາກັບລູກນ້ອຍໆຂອງເຮົາ, ເເລະຊັບສິນທັງຫມົດຂອງເຮົາ

ຄຳວ່າ "ສະແຫວງຫາ" ຫມາຍເຖິງການຂໍໃຫ້ພຣະເຈົ້າເຮັດບາງສິ່ງບາງຢ່າງເພື່ອພວກເຂົາ. ນີ້ແມ່ນ "ເສັ້ນທາງທີ່ກົງ" ສະແດງເຖິງຄວາມປອດໄພໃນຂະນະທີ່ພວກເຂົາເດີນທາງ. ອາດແປໄດ້ອີກວ່າ: "ຂໍໃຫ້ພຣະເຈົ້າໃຫ້ພວກເຮົາ, ເດັກນ້ອຍ, ແລະ ສິ່ງຂອງຂອງພວກເຮົາທີ່ມີຢູ່ໃນຄວາມປອດໄພໃນຂະນະທີ່ພວກເຮົາເດີນທາງ" ຫລື "ເພື່ອຂໍໃຫ້ພຣະເຈົ້າປົກປ້ອງພວກເຮົາ, ພວກເດັກນ້ອຍ ແລະ ຊັບສົມບັດຂອງພວກເຮົາທັງຫມົດໃນຂະນະທີ່ພວກເຮົາເດີນທາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະຫັດຂອງພຣະເຈົ້າເຮົາຢູ່ເຫນືອທຸກຄົນທີ່ໄວ້ວາງໃຈພຣະອົງເພື່ອໃຫ້ເກີດຜົນດີ

ພຣະຫັດຂອງພຣະເຈົ້າຢູ່ເທິງຜູ້ຄົນແມ່ນ ຄຳອຸປະມາສຳລັບພຣະເຈົ້າທີ່ຊ່ວຍເຫລືອຜູ້ຄົນ. ການສະແຫວງຫາພຣະເຈົ້າແມ່ນການປຽບທຽບສຳລັບການຮັບໃຊ້ພຣະອົງ. ອາດແປໄດ້ອີກວ່າ: "" ພຣະເຈົ້າຊ່ວຍທຸກຄົນທີ່ຮັບໃຊ້ພຣະອົງ "(ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])

ເເຕ່ຣິດທານຸພາບ ເເລະ ຄວາມໂກດຮ້າຍຂອງພຣະອົງໄດ້ຢູ່ເທິງທຸກຄົນທີ່ລືມພວກພຣະອົງ.

ຣິດທານຸພາບ ແລະ ຄວາມຄຽດແຄ້ນຂອງພຣະເຈົ້າຢູ່ເທິງຜູ້ຄົນແມ່ນຄຳເວົ້າທີ່ເຮັດໃຫ້ພຣະອົງລົງໂທດຜູ້ຄົນ. ການລືມພຣະເຈົ້າແມ່ນການປຽບທຽບສຳລັບການປະຕິເສດທີ່ຈະຮັບໃຊ້ພຣະອົງ. ອາດແປໄດ້ອີກວ່າ: "ແຕ່ພຣະອົງລົງໂທດທຸກຄົນທີ່ບໍ່ຍອມຮັບໃຊ້ພຣະອົງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])

ດັ່ງນັ້ນເຮົາຈຶ່ງໄດ້ອົດອາຫານ ເເລະສະເເຫວງຫາພຣະເຈົ້າກ່ຽວກັບເລື່ອງນີ້

ທີ່ນີ້ການສະແຫວງຫາພຣະເຈົ້າແມ່ນການປຽບທຽບສຳລັບການຂໍໃຫ້ພຣະເຈົ້າເຮັດບາງສິ່ງບາງຢ່າງສຳ ລັບພວກເຂົາ. ອາດແປໄດ້ອີກວ່າ: "ດັ່ງນັ້ນພວກເຮົາໄດ້ອົດອາຫານ ແລະ ຮ້ອງຂໍໃຫ້ພຣະເຈົ້າຊ່ວຍພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)