lo_tn/ezr/07/14.md

3.1 KiB

ຂໍ້ຄວາມເຊື່ອມຕໍ່:

ນີ້ຍັງສືບຕໍ່ດຳລັດທີ່ກະສັດອາກຕາເຊເຊັດ ມອບໃຫ້ເອຊະຣາ.

ຂ້ອຍ, ກະສັດ, ແລະ ທີ່ປຶກສາເຈັດຄົນຂອງຂ້ອຍ

ຄຳວ່າ "ຂ້ອຍ" ແລະ ປະໂຫຍກທີ່ວ່າ "ກະສັດ" ຫມາຍເຖິງຄົນຜູ້ດຽວກັນ. ກະສັດກຳລັງເຕືອນຜູ້ທີ່ໄດ້ຍິນຈົດຫມາຍສະບັບນີ້ວ່າ ລາວເປັນຜູ້ຂຽນຈົດຫມາຍສະບັບນີ້.

ເພື່ອຖາມກ່ຽວກັບຢູດາ ເເລະ ເຢຣູຊາເລັມຕາມພຣະບັນຍັດຂອງພຣະເຈົ້າ

ສິ່ງທີ່ພວກເຂົາຕ້ອງການສອບຖາມສາມາດລະບຸໄດ້ຢ່າງຈະແຈ້ງກວ່າ. ອາດແປໄດ້ອີກວ່າ: "ເພື່ອສືບສວນສະຖານະການໃນຢູດາແລະ ເຢຣູຊາເລັມ, ເພື່ອຮຽນຮູ້ວ່າພວກເຂົາປະຕິບັດຕາມກົດຫມາຍຂອງພຣະເຈົ້າຫລືບໍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເຈົ້າຕ້ອງນຳເງິນ ເເລະ ທອງຄຳ

ບ່ອນທີ່ພວກເຂົາຕ້ອງນຳມາ ສາມາດລະບຸຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ເຈົ້າຄວນນຳເງິນ ແລະ ຄຳໄປເຢຣູຊາເລັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເງິນ ເເລະ ທອງຄຳທັງຫມົດທີ່ໃຫ້ດ້ວຍຄວາມສະຫມັກໃຈ

"ດ້ວຍຄວາມສະຫມັກໃຈ" ຫມາຍຄວາມວ່າ ພວກເຂົາບໍ່ໄດ້ຖືກບັງຄັບໃຫ້ສະເຫນີເງິນ. ພວກເຂົາໃຫ້ມັນເພາະວ່າພວກເຂົາຕ້ອງການ. ອາດແປໄດ້ອີກວ່າ: "ເງິນ ແລະ ຄຳທີ່ພວກເຂົາໄດ້ໃຫ້ໂດຍເຕັມໃຈ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໄດ້ມອບກັບສິ່ງທີ່ໄດ້ສະຫມັກໃຈຖວາຍຈາກຄົນເຫລົ່ານັ້ນ ເເລະພວກປະໂລຫິດ ເຢຣູຊາເລັມ.

ນີ້ສາມາດສະແດງອອກໃນຮູບແບບໂດຍກົງ. ອາດແປໄດ້ອີກວ່າ: "ສິ່ງທີ່ປະຊາຊົນ ແລະປະໂຣຫິດໄດ້ໃຫ້ໄປໂດຍເຕັມໃຈ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)