lo_tn/ezr/04/20.md

3.4 KiB

ແຂວງຢູ່ຟາກເເມ່ນ້ຳ

ນີ້ແມ່ນຊື່ຂອງແຂວງທີ່ຢູ່ທາງທິດຕາເວັນຕົກຂອງແມ່ນໍ້າເອີຟຣັດ. ມັນຂ້າມແມ່ນໍ້າຈາກເມືອງຊູຊາ. ແປໃນ 4:9. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ໃຊ້ອິດທິພົນເກັບພາສີ ເເລະ ຫາລາຍໄດ້

ສິ່ງນີ້ສາມາດແປເປັນຮູບແບບກົງ. ອາດແປໄດ້ອີກວ່າ: "ປະຊາຊົນໃນເຢຣູຊາເລັມໄດ້ຈ່າຍພາສີ ແລະ ອາກອນໃຫ້ແກ່ກະສັດເຫລົ່ານັ້ນ" ຫລື "ບັນດາກະສັດເຫລົ່ານັ້ນສາມາດເກັບພາສີ ແລະ ອາກອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ອອກຄຳສັ່ງ

"ສ້າງກົດຫມາຍ"

ລະວັງ ຈົ່ງຢ່າລະເລີຍເລື່ອງນີ້

ຈົ່ງລະມັດລະວັງໃນການເຮັດສິ່ງນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)

ເປັນຫຍັງຈຶ່ງປ່ອຍໃຫ້ມີການຄຸກຄາມເຊັ່ນນີ້ຂຶ້ນ ເເລະ ເຮັດໃຫ້ເກີດຄວາມສູນເສຍຜົນປະໂຫຍດເລື່ອງນີ້ຕໍ່ໄປ?

ອາກຕາເຊເຊັດໃຊ້ຄຳຖາມ ເພື່ອບອກພວກເຂົາວ່າ ລາວເຂົ້າໃຈວ່າລາວຈະເສຍພາສີ ແລະ ກຽດຕິຍົດຖ້າເມືອງໄດ້ຖືກສ້າງຂຶ້ນ. ອາດແປໄດ້ອີກວ່າ: "ທ່ານຕ້ອງຮັບປະກັນວ່າໄພຂົ່ມຂູ່ນີ້ ຈະບໍ່ຂະຫຍາຍຕົວ ແລະ ກໍ່ໃຫ້ເກີດການສູນເສຍຫລາຍຕໍ່ຜົນປະໂຫຍດຂອງກະສັດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໃຫ້ມີການຄຸກຄາມເຊັ່ນນີ້ຂຶ້ນ

ອັນຕະລາຍຖືກເວົ້າເຖິງຄືກັບວ່າມັນແມ່ນພືດ ທີ່ສາມາດເພີ່ມຂະຫນາດໄດ້. ອາດແປໄດ້ອີກວ່າ: "ອັນຕະລາຍທີ່ຈະເຮັດໃຫ້ຮ້າຍແຮງກວ່າເກົ່າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮັດໃຫ້ເກີດຄວາມສູນເສຍຜົນປະໂຫຍດເລື່ອງນີ້ຕໍ່ໄປ

ຄຳເວົ້າທີ່ວ່າ "ຜົນປະໂຫຍດຂອງກະສັດ" ແມ່ນຄຳອຸປະມາສຳລັບກະສັດເອງ. ອາດແປໄດ້ອີກວ່າ: "ເຮັດໃຫ້ເກີດສິ່ງທີ່ບໍ່ດີຫລາຍຂຶ້ນຕໍ່ກະສັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)