lo_tn/ezk/34/01.md

3.1 KiB
Raw Permalink Blame History

ພຣະຄຳຂອງພຣະຢາເວມາເຖິງ

"ພຣະຢາເວຖ້ອຍຄຳຂອງພຣະອົງ." ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 1. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກຜູ້​ລ້ຽງ​ແກະ​ຂອງ​ອິດສະຣາເອນ

ວະລີນີ້ປຽບທຽບຜູ້ນຳອິດສະຣາເອນທີ່ຄວນຈະດູແລປະຊາຊົນຂອງພວກເຂົາກັບຜູ້ລ້ຽງແກະທີ່ຄວນຈະດູແລຝູງແກະຂອງພວກເຂົາ. ອາດຈະແປໄດ້ອີກວ່າ: "ຜູ້ນຳຂອງອິດສະຣາເອນທີ່ເປັນເຫນືອນຜູ້ລ້ຽງແກະ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄຳທຳນວາຍ

ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 21:8.

ຜູ້ທີ່ລ້ຽງ​ແຕ່ແກະຕົນ­ເອງ

ອາດຈະແປໄດ້ອີກວ່າ: "ແມ່ນການໃຫ້ອາຫານແລະເບິ່ງແຍງຕົວເອງ."

ຜູ້ລ້ຽງແກະຄວນເຝົ້າຝູງແກະບໍ່ແມ່ນບໍ?

ພຣະຢາເວໃຊ້ຄຳຖາມນີ້ເພື່ອທຳຮ້າຍຜູ້ນຳທີ່ບໍ່ດູແລປະຊາຊົນ. ອາດຈະແປໄດ້ອີກວ່າ: "ຜູ້ລ້ຽງແກະຄວນລ້ຽງຝູງແກະແລະເບິ່ງແຍງມັນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພວກ​ເຈົ້າ​ຈະກິນສ່ວນທີ່ໄຂມັນ

ມັນຫມາຍຄວາມວ່າສ່ວນໄຂມັນແມ່ນມາຈາກແກະແລະແບ້. ອາດຈະແປໄດ້ອີກວ່າ: "ເຈົ້າກິນສ່ວນທີ່ເປັນໄຂມັນຂອງແກະແລະແບ້" ຫລື "ເຈົ້າກິນສ່ວນທີ່ດີທີ່ສຸດຂອງແກະແລະແບ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຄຸມກາຍດ້ວຍແກະ

"ນຸ່ງຜ້າຂົນແກະຈາກແກະ"

ເຈົ້າຂ້າໂຕອ້ວນພີ່ຈາກຝູງມັນ

ອາດຈະແປໄດ້ອີກວ່າ: "ເຈົ້າຂ້າໂຕມີໄຂມັນຂອງຝູງສັດລ້ຽງເພື່ອເຈົ້າຈະໄດ້ກິນພວກມັນ"

ໂຕອ້ວນພີ່

"ແກະແລະແບ້ທີ່ມີສຸຂະພາບດີທີ່ສຸດ" ຫລື "ແກະແລະແບ້ທີ່ທີ່ອ້ວນທີ່ສຸດ"

ບໍ່­ໄດ້​ເບິ່ງ­ແຍງ​ແກະ​ເລີຍ

"ບໍ່ລ້ຽງແລະເບິ່ງແຍງຝູງແກະ"