lo_tn/ezk/33/27.md

4.2 KiB
Raw Permalink Blame History

ຂໍ້​ມູນ​ທົ່ວ​ໄປ:

ພ​ຣະ​ຢາ​ເວ​ສືບ​ຕໍ່​ກ່າວ​ກັບ​ເອ​ເຊ​ກຽນ​ກ່ຽວ​ກັບ​ປະ​ຊາ​ຊົນ​ຜ​ູ້​ທີ່​ອາ​ໄສ​ຢູ່​ໃນ​ບ່ອນ​​ຮ້າງ​ທີ່​ຊາກ​ຫັກ​ເພ​ພັງຂອງ​ອິດ​ສະ​ຣາ​ເອນ​.

ຢ່າງທີ່ເຮົາມີຊີວິດ

ເບິງວິ​ທີ​ການ​ແປ​ນີ້​ຢູ່​ໃນ ບົດທີ5:11.

ຈະ​ຖືກ​ຂ້າ​ຕາຍດ້ວຍດາບ

ເບິງວິ​ທີ​ການ​ແປ​ນີ້​ຢູ່​ໃນ ບົດທີ5:11.

ຜູ້ທີ່ຢູ່ໃນປ້ອມປາການແລະໃນຖ້າກໍ​ຈະຕາຍດ້ວຍໂລກລະບາດ

"ໂລກ​ລະ​ບາດ​ຈະ​ຂ້າ​ຜູ້​ຄົນ​ຜູ້​ທີ່​ອາ​ໄສ​ຢູ່​ໃນປ້ອມປາການແລະໃນຖໍ້າ"

ປ້ອມປາການ

ປ້ອມປາການ ແມ່ນ​​ຕຶກ​ທີ່ຄົນ​ສ້າງ​ຂຶ້ນ​ມາເພື່​ອ​ປົກ​ປ້ອງ​ພວກ​ເຂົາ​ຈາກ​ສັດ​ຕູ​ຜູ້​ທີ່​ຈະ​ມາ​ໂຈມ​ຕີ​ພວກ​ເຂົາ.

ຖ້ຳ

​ຖ້ຳ​ແມ່ນ​ເປັນ​ຮູ​ໂດຍທຳ​ມະ​ຊາດ​ທີ່​ມັນ​ຢູ່​ຂ້າງ​ພູ ຫລື ລຸ່ມ​ພື້ນ​ດິນ. ໂດຍ​ປົກ​ກະ​ຕິ​ແລ້​ວຖືກ​​ສ້​າງ​ດ້ວຍ​ກ້ອນ​ຫີນ.

ແລະຫນ້າຢ້ານກົວ

"ຫນ້າຢ້ານກົວ" ແມ່ນ​ບາງ​ສິ່ງ​ຢ່າງ​ທີ່​ເຮັດ​ໃຫ້​ຄົນ​ຢ້ານກົວ​ຫ​ລາຍ​ເມື່ອ​ພວກ​ເຂົາ​ເຫັນ​ມັນ. ອາດ​ແປ​ໄດ້​ອີກວ່າ: "ຜູ້​ຄົນ​ຈະ​ຢ້ານ​ກົວ​ຫລາຍ​ຍ້ອນ​ສິ່ງ​ນີ້"

ຄວາມຍິ່ງຈອງຫອງຂອງແຜ່ນດິນນັ້ນຈະເຖິິງຄາວສິ້ນລົງ

​ຄຳ​ວ່າ "​ມັນ" ກ່າວ​ເຖິງ​ແຜ່ນ​ດິນ,ເຊິ່ງ​ກ່າວ​ເຖິງ​ຜ​​ູ້​ຄົນ​ຂອງ​ແຜ່ນ​ດິນ​ນັ້ນ. ອາດ​ແປ​ໄດ້​ອີກວ່າ: "ປະ​ຊາ​ຊົນ​ຂອງ​ແຜ່ນ​ດິນ​ນັ້ນ​ຈະ​ບໍ່​ຈອງ​ຫອງ​ອີກ​ຕໍ່​ໄປ​ທີ່​ວ່າ​ພວກ​ເຂົາ​ເຂັ້ມ​ແຂງ." (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-metonymy)

ພູ​ທັງ­ຫລາຍ​ໃນ​ອິດສະຣາເອນ​ຈະ​ເປັນ​ປ່າດິນຊາຍ

"ຈະ​ບໍ່​ມີ​ຜູ້​ໃດ​ອາ​ໄສ​ໃນ​ພູ​ທັງ​ຫລາຍ​ໃນ​ອິດ​ສະ​ຣາ​ເອນ"

ຈະ​ບໍ່​ມີ­ຄົນເດີນ­ທາງ​ຜ່ານ­ໄປ​ມາໄດ້

"ຈະ​ບໍ່​ມີ​ຜູ້​ໃດ​ເດີນ​ທາງ​ຜ່ານ​ແຜ່ນ​ດິນ​ນີ້ ຫລື ຂ້າມ​ຜ່ານ​ພູ​ເຂົາ"

ຮູ້­ວ່າເຮົາແມ່ນ​ພຣະຢາເວ

ເບິງວິ​ທີ​ການ​ແປ​ນີ້​ຢູ່​ໃນ ບົດ​ທີ 6:6.

ພວກເຂົາໄດ້ເຮັດນັ້ນ.

"ສິ່ງ​ທີ່​ປະ​ຊາ​ຊົນໄດ້ເຮັດ"

ເພາະສິ່ງຫນ້າລັງກຽດທັງຫມົດທີ່ພວກເຂົາໄດ້ເຮັດນັ້ນ

ເພາະສິ່ງທັງ​ຫມົດ​ທີ່​ພວກ​ເຂົາ​ໄດ້​ເຮັດ​ແມ່ນ​ສິ່ງ​ທີ່​ເຮົາ​ກຽດ​ຊັງ