lo_tn/ezk/33/25.md

3.6 KiB
Raw Permalink Blame History

ຂໍ້​ມູນ​ທົ່ວ​ໄປ:

​ພ​ຣະ​ຢາ​ເວ​ສືບ​ຕໍ່​ກ່າວ​ກັບ​ເອ​ເຊ​ກຽນ​ກ່ຽວ​ກັບ​ປະ​ຊາ​ຊົນ​ຜ​ູ້​ທີ່​ອາ​ໄສ​ຢູ່​ໃນການທຳລາຍຂອງ​ອິດ​ສະ​ຣາ​ເອນ​.

ຈົ່ງດື່ມເລືອດ

ມັນ​ຫມາຍ​ຄວາມ​ວ່າ ພວກ​ເຂົາ​ດື່ມ​ເລືອດ​ໂດຍ​ການ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ​ຕິດ. ພ​ຣະ​ຢາ​ເວ​ໄດ້​ສັ່ງ​ພວ​ກ​ເຂົາ​ໃຫ້​ເອົາ​ເລືອດ​ອອກ. ອາດ​ແປ​ໄດ້​ອີກວ່າ: "ເຈົ້າ​ກິນ​ຊີ້ນ​ທັ້ງໆ​ທີ່​ຍັງ​ມີ​ເລືອດ​ຕິດ​ຢູ່." (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-explicit)

ເຈົ້າເງີຍຫນ້າຂື້ນໄປຍັງ​ຮູບ​ເຄົາ­ລົບທັງຫມົດຂອງເຈົ້າ

"ເຈົ້າ​ເບິ່ງໄປຍັງ​ຮູບ​ເຄົາ­ລົບທັງຫລາຍຂອງເຈົ້າ." ອັນ​ນີ້​ຫມາຍ​ຄວາມ​ວ່າ "ເຈົ້າ​ໄດ້​ຂາບ​ໄຫວ້​ຮູບ​ເຄົາ​ລົບ​ທັງ​ຫລາຍ​ຂອງ​ເຈົ້າ."(ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-idiom).

ເຈົ້າຫລັ່ງເລືອດຂອງຊົນຊາດຂອງເຈົ້າອອກ

​ອາດ​ແປ​ໄດ້​ອີກວ່າ : " ເຈົ້າຫລັ່ງເລືອດ." ອັນ​ນີ້​ຫມາຍ​ຄວາມ​ວ່າ " ເຈົ້າ​ຄາດ​ຕະ​ກຳ​ຜູ້​ຄົນ​ຄົນ

ເຈົ້າຍັງສົມຄວນຖືກຳມະສິດທີ່ດິນນີ້ອີກບໍ?

​ພ​ຣະ​ຢາ​ເວ​ໃຊ້​ຄຳ​ຖາມ​ນີ້​ໃນ​ການ​ຕຳ​ນິ​ຜູ້​ຄົນ. ອາດ​ແປ​ໄດ້​ອີກວ່າ: "​ເຈົ້າ​ບໍ່​ສົມຄວນ​ຖື​ກຳ​ມະ​ສິດ​ທີ່​ດິນ​ນີ້" ຫລື "ເຈົ້າ​ບໍ່​ສົມ​ຄວນ​ທີ່​ຈະ​ໄດ້​ຮັບ​ແຜ່ນ​ດິນ​ນີ້." (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-rquestion)

ພວກ​ເຈົ້າພິ່ງພາ​ດາບ​ຂອງ­ເຈົ້າ

​ອາດ​ແປ​ໄດ້​ອີກວ່າ: "ເຈົ້າ​ໄດ້​ໃຊ້​ດາບ​ຂອງ​ເຈົ້າ​ເອງ​ເພື່ອ​ໃຫ້​ໄດ້​ສິ່ງ​ທີ່​ເຈົ້າ​ຕ້ອງ​ການ."

ເຮັດໃນສິ່ງ​ຫນ້າ​ກຽດ­ຊັງ

​ອາດ​ແປ​ໄດ້​ອີກວ່າ: "ເຮັດ​ສິ່ງ​ທີ່​ເຮົາ​ກຽດ​ຊັງ​ຫລາຍ"

ຜູ້ຊາຍແຕ່ລະຄົນໄດ້​ລ່ວງ​ເກີນ​ເມຍຂອງເພື່ອນບ້ານ

​ອັນ​ນີ້​ຫມາຍ​ຄວາມ​ວ່າໄດ້​ລ່ວງ​ເກີນ​ເມຍຂອງເພື່ອນບ້ານໂດຍ​ການ​ນອນ​ນຳ​ພວກ​ເຂົາ.