lo_tn/ezk/33/10.md

5.0 KiB

ຂໍ້​ມູນ​ທົ່​ວ​ໄປ:

​ພ​ຣະ​ຢາ​ເວ​ສືບ​ຕໍ່​ສົ່ງ​ຂໍ້​ຄວາມ​ຂອງ​ພ​ຣະ​ອົງ​ໃຫ້​ກັບເອ​ເຊ​ກຽນ​ກ່ຽວ​ເຖິງ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ.

ເຊື້ອສາຍອິດສະຣາເອນ

ເບິ່ງວິ​ທີ​ການ​ແປ​ນີ້​ຢູ່​ໃນ ບົດ​ທີ 3:1.

ພວກເຈົ້າເຄີຍກ່າວດັ່ງນີ້ວ່າ

ອາດ​ແປ​ໄດ້​ອີກວ່າ: " ນີ້​ຄື​ສິ່ງ​ທີ​ເຈົ້າ​ເຄີຍ​ໄດ້​ເວົ້າ"

ການ­ລະເມີດ ແລະ ​ຜິດບາບທັງຫລາຍຂອງພວກເຮົາຢູ່ເຫນືອພວກເຮົາ

​ຄວາມ​ຫມາຍ​ທີ່​ເປັນ​ໄປ​ໄດ້​ແມ່ນ 1) ພວກ​ເຂົາ​ຮູ້​ສຶກ​ຜິດ​​ສຳ​ລັບການ​ລະ​ເມີດ​ແລະ​ຜິດ​ບາບ​ທັງ​ຫລາຍ​ຂອງ​ພວ​ກ​​ເຂົາ ຫລື 2) ພວກ​ເຂົາ​ຮັບ​ຮູ້​ວ່າ​ພ​ຣະ​ຢາ​ເວ​ລົງ​ໂທດ​ພວກ​ເຂົາ​ສຳ​ລັບ​ການ​ລະ​ເມີດ​ແລະ ຜິ​ດບາບ​ທັງ​ຫລາຍ​ຂອງ​ພວກ​ເຂົາ.(ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-metonymy)

ພວກເຮົາກໍເຊື່ອມໂຊມໄປເພາະສິ່ງເຫລົ່ານີ້

"​ພວກ​ເຮົາ​ກ​ຳ​ລັງ​ເນົ່າ​ເປື່ອນ​ຍ້ອນ​ພວກ​ເຂົາ." ປະ​ໂຫຍກ​ປຽບ​ທຽວິ​ທີ​ທີ່​ຄວາມ​ບາບ​ໄດ້​ທຳ​ລາຍ​ຜູ້​ຄົນ​ໃສ່​ວິ​ທີ​ທີ່​​ເນື້ອຫນັງຮ່າງ​ກາຍ​ເປື່ອຍ​ເນົ່າ. ອາດ​ແປ​ໄດ້​ອີກວ່າ: "ພວ​ກ​ເຂົາ​ກຳ​ລັງ​ທຳ​ລາຍ​ພວກ​ເຮົາ" ຫລື "ພວກ​ເຂົາ​ກຳ​ລັງ​ຂ້າ​ພວກ​ເຮົາ." (​ເບິ່ງ​ເພີ່ມ​ເຕີ​ມ: rc://*/ta/man/translate/figs-metaphor)

ສິ່ງເຫລົ່ານີ້

ນີ້​ຫມາຍ​ຄວາມ​ວ່າຄົນ​ຮູ້​ວ່າ​ພ​ຣະ​ເຈົ້າ​ຈະ​ບໍ່​ໃຫ້​ອະ​ໄພ​ຄວາມ​ບາບ​ຂອງ​ພວກ​ເຂົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງ​ສະ​ບັບທີ່​ທັນ​ສະ​ໄຫມ​ແປ "ຍ້ອນ​ພວກ​ເຂົາ​ເອງ."

ພວກເຮົາ​ຈະ​ມີ­ຊີ­ວິດ​ຢູ່​ໄດ້ແນວໃດ?

ຜູ້​ຄົນ​ໄດ້​ຖາມ​ຄຳ​ຖາມ​ນີ້ເພື່ອ​ເນັ້ນ​ຫນັກ​ວ່າ ​ພວກ​ເຂົາ​ບໍ່​ມີ​ຄວາມ​ຫວັງ​ໃດ​ເລີຍ​ໃນ​ການ​ດຳ​ເນີນ​ຊີ​ວິດ. ອາດແປໄດ້ອີກວ່າ: "ພວກເຮົາບໍ່ມີຄວາມຫວັງຂອງການດຳເນີນຊີວິດ" ຫລື "ພວກ​ເຮົາ​ຈະ​ຕາຍ​ແທ້​ແນ່ນອນ." (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-rquestion)

ຢ່່າງທີ່ເຮົມມີຊີວິດຢູ່ສັນໃດ

​ເບິ່ງວິ​ທີ​ການ​ແປ​ປະ​ໂຫຍກ​ນີ້​ເພີ່ມ​ເຕີມ​ໃນ ບົດ​ທີ 5:11.

ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ

​ເບິ່ງວິ​ທີ​ການ​ແປ​ປະ​ໂຫຍກ​ນີ້​ເພີ່ມ​ເຕີມ​ໃນ ບົດ​ທີ 5:11.

ແຕ່ພໍໃຈການທີ່ຄົນຊົ່ວຫັນຈາກທາງຊົ່ວຂອງເຂົາ

"ແຕ່ຖ້າ​ຄົນ​ຊົ່ວ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ"

ເພາະເປັນຫຍັງເຈົ້າຈຶ່ງຍອມຕາຍ

ພ​ຣະ​ຢາ​ເວ​ໃຊ້​ຄ​ຳ​ຖາມ​ນີ້​ໃນ​ການ​ເນັ້ນ​ຫນັກ​ວ່າລາວ​ບໍ່​ຕ້ອງ​ການ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນໃນ​ທຸກໆ​ມື້​ນີ້. ອາດ​ແປ​ໄດ້​ອີກວ່າ: "ຢ່າ​ເລືອກ​ທີ່​ຈະ​ຕາຍ."