lo_tn/ezk/30/10.md

3.6 KiB

ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ

ເບິ່ງວິ​ທີ​ການ​ແປ​ນີ້​ຢູ່​ໃນ 5:5.

ເຮົາ​ຈະ​ເຮັດ­ໃຫ້​ໄຟ່ພົນ​ຂອງ​ເອ­ຢິບ​ສິ້ນ­ສຸດ​ລົງ

ອາດ​ແປ​ໄດ້​ອີກວ່າ: ເຮົາ​ຈະ​ເຮັດ​ໃຫ້​ເອ​ຢິບ​ຈະ​ບໍ່​ມີ​ປະ​ຊາ​ຊົນ​ຫລາຍອີກ​ຕໍ່​ໄປ."

​ດ້ວຍ​ມື​ຂອງ​ເນ­ບູ­ກາດ­ເນັດ­ຊາ

ເນ­ບູ­ກາດ­ເນັດ­ຊາ​ແມ່ນ​ຜູ້​ທີ່​ຈະ​ນຳ​ການ​ລົງ​ໂທດ​ມາ​ໃຫ້.

ເຂົາ ແລະ ກອງທັບຂອງເຂົາຈະ​​ນຳ​ການ​ທຳ­ລາຍ​​ມາ​ຍັງແຜ່ນ­ດິນ​ນັ້ນ

ນີ້​ສາ​ມາດ​ລະ​ບຸ​ໄວ້​ໃນ​ຮູບ​ແບບ​ທີ່​ໃຊ້​ງານ​ຢູ່. ອາດ​ແປ​ໄດ້​ອີກວ່າ : "ເຮົາ​ຈະ​ນຳເນ­ບູ­ກາດ­ເນັດ­ຊາ​​ແລະ​ກອງ​ທັບ​ຂອງ​ລາວ ... ໄປທຳ​ລາຍ​​ແຜ່ນ​ດິນ​ນັ້ນ." (ເບິ່ງ​ເພີ່ມເ​ຕີມ: rc://*/ta/man/translate/figs-activepassive)

ເຂົາ ແລະ ກອງທັບຂອງເຂົາ, ຊຶ່ງເປັນຊົາ­ຊາດທີ່ທາລຸນອຳມະຫິດໃນ​ບັນ​ດາ​ປະ​ຊ​າ​ຊາດ

ພ​ຣະ​ຢາ​ເວ​ເອີ້ນ​ເນ​ບູ​ກາດ​ເນັດ​ຊາ​ວ່າ "ຊົນ​ຊາດ​ທີ່​ທາ​ລຸນ​ອຳ​ມະ​ຫິດ​ໃນ​ບັນ​ດາ​ປະ​ຊາ​ຊາດ" ເພາະ​ວ່າ​ປະ​ຊາ​ຊາດ​ທັງ​ຫມົດ​​ມີ​ຄວາມຢ​້ານ​ກົວ​ກອງ​ທັບ​ຂອງ​ລາວ​ຫລາຍ.

ເພື່ອ​ທຳ­ລາຍ​ແຜ່ນ­ດິນ​ນັ້ນ

"ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ທຳ​ລາຍ​ແຜ່ນ​ດິນ​ນັ້ນ." ພ​ຣະ​ຢາ​ເວ​ຈະ​ນຳ​ເນ​ບູ​ກາດ​ເນັດ​ຊາ​ ແລະ ​ຄົນ​ຂອງ​ລາວ ​ແລະ ​ພວກ​ເຂົາ​ຈະ​ທຳ​ລາຍ​ແຜ່ນ​ດິນ​ນັ້ນ.

ຖອດ​ດາບຂອງພວກເຂົາ​ອອກ​ຕໍ່­ສູ້​ເອ­ຢິບ

"ຕໍ່­ສູ້​ເອ­ຢິບ "

ເຮັດ­ໃຫ້​ແຜ່ນ­ດິນ​ເຕັມ​ໄປ​ດ້ວຍ​ຄົນ­ຕາຍ

ນີ້​ແມ່ນ​ຄຳ​ເວົ້າ​ທີ່​ເກີນກວ່າ​ຄວາມ​ຈິງ​ເພື່ອ​ສະ​ແດງວ່າບ​າ​ບີ​ໂລນ​ຈະ​ຂ້າ​ຄົນ​ເອ​ຢິບ​ຫລາຍ​ຄົນ. ຈະ​ມີ​ປະ​ຊາ​ຊົນ​ເອ​ຢິບ​ຕາຍ​ຫລາຍ​ຄົນ ເບິ່ງ​ຄື​ວ່າ​ຈະ​ມີ​ສົບ​ຄົນ​ຕາຍ​ຂອງ​ພວກ​ເຂົາຢູ່​ທົ່ວ​ດິນ​ແດນ​ຂອງ​ເອ​ຢິບ" (​ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-hyperbole).